ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເປີດກວ້າງທາບທາມຄຳເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ)

May 26, 2026

ໃນວັນທີ 25 ພຶດສະພາ 2026, ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມເປີດກວ້າງ ເພື່ອທາບທາມຄຳເຫັນ ໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວີແກ້ວ ບຸບຜາວັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີ; ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງນະຄອນຫຼວງວຽງຈັນ; ຄະນະນໍາ ແລະ ຜູ້ຕາງໜ້າ ຈາກບັນດາກະຊວງ-ອົງການລັດທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ລາຍງານ ກ່ຽວກັບເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍລັດຖະບານ ສະບັບປັບປຸງ ປີ 2021 ແລະ ຜົນການປະເມີນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ໂດຍສະເພາະ ບັນດາເນື້ອໃນ ທີ່ຕິດພັນກັບ ການປັບປຸງ ລັດຖະທຳມະນູນ, ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ, ການຈັດຕັັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ລວມທັງ ການຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ; ການປັບປຸງໂຄງປະກອບກົງຈັກ ຂອງລັດຖະບານ ຊຸດທີ X ແລະ ການກໍານົດລະບຽບ ແລະ ກົນໄກວິທີເຮັດວຽກ ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026.

ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຫັນເຈາະຈີມ ໃຫ້ກອງປະຊຸມໄດ້ມີຄໍາເຫັນ ຢ່າງມີຈຸດສູມ ແລະ ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດເຫັນ ຢ່າງຫຼາກຫຼາຍ ແລະ ກົງໄປກົງມາ, ແນໃສ່ເຮັດໃຫ້ຮ່າງກົດໝາຍ ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບຕົວຈິງ, ເປັນເອກະພາບ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງການເຄື່ອນໄຫວວຽກງານ ຂອງທ່ານ ນາຍົກ-ຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະບານ ໃຫ້ປະສິດທິພາບ ແລະ ປະສິດທິຜົນສູງ, ນໍາເອົາປະໂຫຍດສູງສຸດ ມາໃຫ້ປະເທດຊາດ ແລະ ປະຊາຊົນ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.