ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກຳມະການຄະນະປະຈຳພັກກະຊວງ ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍ່ຮອງເລຂາຄະນະພັກ, ກຳມະການຄະນະປະຈຳພັກ ແລະ ກຳມະການຄະນະພັກ ກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍບັນດາສະຫາຍເລຂາຄະນະພັກຮາກຖານ, ໜ່ວຍພັກທີຂຶ້ນກັບອົງຄະນະພັກກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການ ຄະນະປະຈໍາພັກກະຊວງປ້ອງກັນປະເທດ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ໄດ້ສະຫຼຸບຕີລາຄາການນຳພາຂອງຄະນະພັກ ກົມໃຫຍ່ການເມືອງກອງທັບ ປະຈຳປີ 2024 ແລະ ທິດທາງແຜນການປະຈໍາປິ 2025 ເຊິ່ງໄດ້ຍົກໃຫ້ເຫັນວ່າ:
ໃນປີ 2024 ຜ່ານມາ ພາຍໃຕ້ການຊີ້ນໍາ-ນຳພາຂອງຄະນະພັກກົມໃຫຍ່ການເມືອງກອງທັບ, ກໍຄື ຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກົມໃຫຍ່, ວຽກງານຈຸດສຸມຂອງກົມໃຫຍ່ການເມືອງກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງວາງອອກ ແລະ 5 ບຸກ ທະລຸຢ່າງມີຈຸດສຸມ, ເຂົ້າສູ່ວຽກງານຕົວຈິງນັບແຕ່ຂັ້ນກະຊວງ ລົງຮອດກົມກອງທ້ອງຖິ່ນ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ເປັນຕົ້ນແມ່ນໄດ້ສຸມໃສ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານພັກ-ວຽກງານການເມືອງ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານກໍ່ສ້າງກຳລັງ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານຈັດຕັ້ງພັກ, ວຽກງານພະນັກງານ, ວຽກງານນະໂຍບາຍ, ວຽກງານປະກັນສັງຄົມ, ວຽກງານອົງການຈັດຕັ້ງມະຫາຊົນ,ວຽກງານກົດໝາຍ, ວຽກງານປ້ອງກັນພາຍໃນ, ວຽກງານກວດກາ, ວຽກງານໄອຍະການ, ວຽກງານສານ ແລະ ວຽກງານອື່ນໆທີ່ປິ່ນອ້ອມໄດ້ຮັບຜົນສຳເລັດຕາມຄາດໝາຍ.
ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນດ້ວຍຫຼາຍຮູບການທີ່ແທດເໝາະ ແລະ ທັນການ, ສຸມໃສ່ສ້າງຂະບວນການດ້ານຕ່າງໆ ພາຍໃນກົມກອງໃຫ້ມີຄວາມຟົດຟື້ນຕໍ່ເນື່ອງ ເຮັດໃຫ້ບັນ ຍາກາດທົ່ວກົມໃຫຍ່ການເມືອງກອງທັບ ມີຄວາມເບີກບານມ່ວນຊື່ນ, ພະນັກງານ-ສະມາຊິກພັກ, ນັກຮົບ ມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ກໍຄື ໜ້າທີ່ການເມືອງຂອງຕົນ.
ພ້ອມນີ, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນ ແລະ ເປັນເອກະພາບໃນການຕີລາຄາສະພາບການຈັດຕັ້ງຊີ້ນຳ-ນຳພາ, ມີຄວາມຮັບຜິດຊອບໃນການເບິ່ງບັນຫາໃຫ້ຖືກກັບຄວາມເປັນຈິງ, ຍົກໃຫ້ເຫັນຜົນງານອັນພົ້ເດັ່ນ, ບົດຮຽນ ແລະ ສິ່ງຫຍໍ້ທໍ້ຄົງຄ້າງຕ່າງໆ ກໍຄື ການແກ້ໄຂບັນຫາໃນວຽກງານຕົວຈິງໃຫ້ຖືກຕ້ອງທັນກັບສະພາບການ, ເພື່ອຮັບປະກັນໃນການວາງແຜນວຽກງານຈຸດສຸມໃນຕໍ່ໜ້າໃຫ້ແທດເໝາະກັບສະພາບແວດລ້ອມຕົວຈິງຂອງກອງທັບ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດດ້ວຍຈິດໃຈບຸກທະລຸ, ມີການຫັນອັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ.
ໂດຍ: ສຸກສາຄອນ






