ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກເໜືອ: ແຂວງ ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ
ໃນວັນທີ 06 ກຸມພາ 2023 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດກອງ ປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ສຳລັບ 04 ແຂວງພາກເໜືອ: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ,ໂດຍພາຍໃຕ້ ການເປັນປະທານຮ່ວມຂອງ ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຄໍາເຫຼັກ ໃຈອີສານ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຜົ້ງສາລີ ແລະ ມີຜູ້ເຂົ້າຮ່ວມກອງປະຊຸມຈາກຫຼາຍພາກ ສ່ວນເຊັ່ນ: ບັນດາຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກການຕ່າງປະເທດ, ກອງບັນ ຊາການ ປກສ, ພະແນກຖະ ແຫຼງຂ່າວ-ວັດທະນະທໍາ ແລະ ທ່ອງ ທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກ ແຜນ ການ ແລະ ການລົງທຶນ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງລວມທັງ ໝົດ 83 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ເພື່ອເຜີຍແຜ່ການຈັດຕັ້ງປະຕິບັດວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງໃຫ້ບັນດາແຂວງພາກເໜືອໄດ້ຮັບຊາບ ແລະ ມີຄວາມເຂົ້າໃຈຕໍ່ກັບແນວທາງອັນ ສະເໝີຕົ້ນສະເໝີປາຍຂອງພັກ-ລັດເຮົາ, ທີ່ມີຕໍ່ຄົນເຊື້ອຊາດລາວຢູ່ຕ່າງປະເທດ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ເຜີຍ ແຜ່ ດໍາລັດວ່າດ້ວຍການອອກວີຊາ ແລະ ການກໍານົດເວລາພັກເຊົາ ຢູ່ ສປປ ລາວ ໃຫ້ຄົນເຊື້ອຊາດລາວຢູ່ຕ່າງປະເທດ, ດໍາ ລັດວ່າດ້ວຍການຂໍຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນຕ່າງປະເທດ, ຄົນເຊື້ອຊາດລາວ ແລະ ຄົນບໍ່ມີສັນຊາດ, ດໍາລັດວ່າ ດ້ວຍການແຕ່ງດອງລະຫວ່າງພົນ ລະເມືອງລາວກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດລວມທັງໄດ້ຮັບຟັງ ການລາຍງານສະພາບການຄຸ້ມຄອງຄົນຕ່າງປະເທດຢູ່ 04 ແຂວງພາກເໜືອ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຍົກໃຫ້ເຫັນ ເຖິງພາລະບົດບາດຂອງຄະນະກໍາມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງ ປະເທດນໍາອີກດ້ວຍ.
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາ ກາດອັນຟົດຟື້ນ ແລະ ສ້າງສັນ, ບັນດານັກວິທະຍາກອນ ແລະ ສໍາມະນາກອນ ຈາກຂະແໜງການກ່ຽວຂ້ອງໄດ້ມີການແລກ ປ່ຽນປະກອບຄໍາຄິດເຫັນ ແລະ ປະສົບ ການຕົວຈິງເຊິ່ງກັນ ແລະ ກັນຢ່າງກົງໄປ ກົງມາ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນໄລຍະຜ່ານມາ. ໃນຕອນທ້າຍກອງປະຊຸມ ທ່ານ ຕິ່ງ ສຸກສັນ, ຮອງ ລັດຖະມົນຕີກະຊວງການຕ່າງປະເທດກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວສະຫຼຸບການຈັດກອງປະຊຸມຄັ້ງນີ້ຢ່າງມີຜົນສໍາເລັດ. ທ່ານ ຄໍາເຫຼັກ ໃຈອີສານ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຜົ້ງສາລີກໍ່ກ່າວປະກອບຄໍາເຫັນຕໍ່ຜົນສໍາເລັດອັນຈົບງາມ.
ໃນໂອກາດດັ່ງກ່າວ, ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ຄໍາຜອຍ ວັນນະສານ, ກໍາ ມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ ແລະ ຍັງໄດ້ມອບເຄື່ອງ ປ້ອງກັນໄພໜາວ ແລະ ອຸປະກອນການແພດເພື່ອປ້ອງກັນໂຄວິດ ຈໍານວນໜຶ່ງໃຫ້ແກ່ແຂວງຜົ້ງສາລີ ກ່າວມອບໂດຍ ທ່ານ ຕິ່ງ ສຸກສັນ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ກ່າວຮັບໂດຍ ທ່ານ ຄໍາ ຜອຍ ວັນນະສານ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຜົ້ງສາລີ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

Fatal error: Uncaught ErrorException: md5_file(/home/lnrorg/public_html/wp-content/litespeed/css/1d3c79548f682d213a6f3dc59b72b2ab.css.tmp): Failed to open stream: No such file or directory in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php:130 Stack trace: #0 [internal function]: litespeed_exception_handler(2, 'md5_file(/home/...', '/home/lnrorg/pu...', 130) #1 /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php(130): md5_file('/home/lnrorg/pu...') #2 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(837): LiteSpeed\Optimizer->serve('https://lnr.org...', 'css', true, Array) #3 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(330): LiteSpeed\Optimize->_build_hash_url(Array) #4 /home/lnrorg/public_html/wp-content/plugins/litespeed-cache/src/optimize.cls.php(264): LiteSpeed\Optimize->_optimize() #5 /home/lnrorg/public_html/wp-includes/class-wp-hook.php(324): LiteSpeed\Optimize->finalize('<!DOCTYPE html>...') #6 /home/lnrorg/public_html/wp-includes/plugin.php(205): WP_Hook->apply_filters('<!DOCTYPE html>...', Array) #7 /home/lnrorg/public_html/wp-content/plugins/litespeed-cache/src/core.cls.php(477): apply_filters('litespeed_buffe...', '<!DOCTYPE html>...') #8 [internal function]: LiteSpeed\Core->send_headers_force('<!DOCTYPE html>...', 9) #9 /home/lnrorg/public_html/wp-includes/functions.php(5373): ob_end_flush() #10 /home/lnrorg/public_html/wp-includes/class-wp-hook.php(324): wp_ob_end_flush_all('') #11 /home/lnrorg/public_html/wp-includes/class-wp-hook.php(348): WP_Hook->apply_filters(NULL, Array) #12 /home/lnrorg/public_html/wp-includes/plugin.php(517): WP_Hook->do_action(Array) #13 /home/lnrorg/public_html/wp-includes/load.php(1260): do_action('shutdown') #14 [internal function]: shutdown_action_hook() #15 {main} thrown in /home/lnrorg/public_html/wp-content/plugins/litespeed-cache/src/optimizer.cls.php on line 130