ວັນທີ 21 ພະຈິກ 2024 ນີ້ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮ່ວມກັບ ຄູ່ຮ່ວມພັດທະນາ ຈັດກອງປະຊຸມເຜີຍແຜ່ວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນ ສປປ ລາວ ໃຫ້ແກ່ພາກລັດ ແລະ ເອກະຊົນ ພາຍໃຕ້ສັບປະດາແຫ່ງການປູກ ຈິດ ສຳນຶກກ່ຽວກັບເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ດຣ. ບຸນຊູ ແກ້ວຫາວົງ ຫົວ ໜ້າກົມອາຫານ ແລະ ຢາ ແລະ ທ່ານ Prof Elizabeth Ashley ຜູ້ອໍານວຍໂຄງການຄົ້ນຄວ້າພະຍາດເຂດຮ້ອນ.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້ສຸມໃສ່ການເຜີຍແຜ່ວຽກງານການຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນ ສປປ ລາວ ແລະ ວຽກ ງານຄຸ້ມຄອງການຂຶ້ນທະບຽນຢາ, ການຕິດຕາມຊຸກຍູ້ການ ເຄື່ອນໄຫວຂອງບໍລິສັດ ແລະ ໂຮງງານຜະລິດຢາ ແລະ ຜະລິດ ຕະພັນການແພດ, ໂຄງການທີ່ກ່ຽວຂ້ອງໃນການສະໜັບສະໜູນການຈ່າຍຢາຕ້ານເຊື້ອສົມເຫດສົມຜົນ ໂດຍສະເພາະການຫລຸດຜ່ອນການນຳໃຊ້ຢາຕ້ານເຊື້ອໃນໂຮງໝໍທີ່ບໍ່ເປັນໄປຕາມຄູ່ມືປິ່ນ ປົວ, ການຈ່າຍຢາຕ້ານເຊື້ອທີ່ບໍ່ມີໃບສັ່ງແພດໃນຮ້ານຂາຍຍ່ອຍຢາ, ເຊິ່ງເປັນການຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ທຸກຄົນໃນສັງຄົມມີສ່ວນຮ່ວມຈຶ່ງຈະສາມາດຫລຸດຜ່ອນການເກີດເຊື້ອຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບໄດ້.
ທີ່ມາ: ສູນຂ່າວສານການແພດ





