ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເຜີຍແຜ່ວຽກງານຮ່ວມມືອາຊຽນທາງດ້ານຍຸຕິທໍາ ແລະ ກົດໝາຍຂອງ ສປປ ລາວ ຄັ້ງທີ 2

Nov 22, 2024

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2024 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ເກດສະໜາ ພົມມະຈັນ ຮອງລັດຖະມົນຕີກະຊວງຍຸຕິທໍາ.
ກອງປະຊຸມຄັ້ງນີ້ມີຈຸດປະສົງບໍ່ພຽງແຕ່ເປັນກອງປະຊຸມເຜີຍ ແຜ່ເທົ່ານັ້ນ ແຕ່ຍັງເປັນການແລກປ່ຽນຂໍ້ມູນຂ່າວສານທາງດ້ານກົດໝາຍ, ສ້າງກົນໄກການຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທໍາ, ຄົ້ນຄ້ວາກົດໝາຍລະຫວ່າງປະເທດສະມາຊິກອາຊຽນ, ນໍາສະເໜີຫົວຂໍ້ ແລະ ປະເດັນການຮ່ວມມື ທາງດ້ານກົດໝາຍ ແລະ ຍຸຕິທໍາ ມາປຶກສາຫາລືໃນກອງປະຊຸມ ເພື່ອສ້າງເງື່ອນໄຂໃຫ້ຜູ້ເຂົ້າຮ່ວມເຂົ້າໃຈກ່ຽວກັບກົນໄກການຮ່ວມມືອາຊຽນຂອງ ສປປ ລາວ.
ກອງປະຊຸມຜູ້ເຂົ້າໄດ້ຮັບຟັງ (1) ການເຜີຍແຜ່ຜົນສໍາເລັດຂອງ ສປປ ລາວ ຈາກການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, (2) ການປະກອບສ່ວນຂອງ ສປປ ລາວ ໃນວຽກງານອາຊຽນ ທາງດ້ານຍຸຕິທໍາ ແລະ ກົດໝາຍ, (3) ບົດຮຽນຂອງ ອົງການໄອຍະການປະຊາຊົນສູງສຸດ ໃນຖານະເປັນອົງການຮັບຜິດຊອບການຈັດຕັ້ງປະຕິບັດວຽກງານການສົ່ງຜູ້ ຮ້າຍຂ້າມແດນ ແລະ (4) ທິດທາງໃນການສ້າງຕັ້ງສະມາຄົມກົດ ໝາຍອາຊຽນ ຂອງ ສປປ ລາວ ຊຶ່ງຖືກສະເໜີໂດຍ ຜູ້ຕາງໜ້າຈາກກະຊວການຕ່າງປະເທດ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ຕ່າງໆ ແນໃສ່ເຮັດໃຫ້ການ ແລກປ່ຽນຂໍ້ມູນຂ່າວສານທາງດ້ານກົດໝາຍ, ສ້າງກົນໄກການ ຮ່ວມມືທາງດ້ານກົດໝາຍ ແລະ ຍຸຕິທໍາລະຫວ່າງປະເທດສະມາຊິກອາຊຽນ ນັບມື້ນັບໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ຂ່າວ ແລະ ພາບ: ອ່ອນຄໍາ ໄຊຍະວົງ