ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3

Dec 10, 2024

ກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 3 (3nd Lao National Urban Forum) ຂຶ້ນໃນວັນທີ 10 ທັນວາ 2024 ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເປັນກຽດເຂົ້າຮ່ວມຕັດແຖບຜ້າ ຂອງທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ, ທ່ານ ບັກໂຮເດັຍ ເບີຄະນ໋ອບ ຜູ້ປະສານງານອົງການ ສປຊ ປະຈໍາ ລາວ, ທ່ານ ອາວີ ຊາກາ ຫົວໜ້າທີ່ປຶກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍລິການພື້ນຖານໃນຕົວເມືອງ ຫົວໜ້າຫ້ອງການ UN Habitat ປະຈໍາ ລາວ, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ມີບັນດາຕາງໜ້າຈາກສະຖານທູດ, ອົງການຈັດຕັ້ງສາກົນ ປະຈໍາ ລາວ, ຫົວໜ້າກົມ-ຮອງກົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ງາມປະສົງ ເມືອງມະນີ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ພາຍໃຕ້ຫົວຂໍ້ “ການຫັນເປົ້າໝາຍການພັດທະນາແບບຍືນຍົງ ໃນລະດັບທ້ອງຖິ່ນ ອັນສະແດງໃຫ້ເຫັນເຖິງຄວາມສໍາຄັນ ຂອງການຈັດວາງເປົ້າໝາຍການພັດທະນາແບບຍືນຍົງທົ່ວໃນໂລກ ກັບສະພາບການທ້ອງຖິ່ນຂອງປະເທດ. ອັນນີ້ບໍ່ແມ່ນເປັນພຽງຂະບວນການປັບຕົວເທົ່ານັ້ນ ແຕ່ຍັງເປັນຂະບວນການຂອງການປ່ຽນແປງ ໂດຍເປົ້າໝາຍໃນລະດັບໂລກ ສອດຄ່ອງກັບຄວາມເປັນຈິງຂອງປະເທດ ແລະ ທ້ອງຖິ່ນ. ໃນນັ້ນ, ຫົວຂໍ້ຍ່ອຍ “ການຮ່ວມມືກັບຊາວໜຸ່ມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ” ເພາະຊາວໜຸ່ມ ຄືອະນາຄົດຂອງປະເທດຊາດ; ຊາວໜຸ່ມເປັນກໍາລັງແຮງ, ມີຫົວຄິດປະດິດສ້າງ ແລະ ວິໄສທັດຂອງພວກເຂົາ ແມ່ນຊັບພະຍາກອນສໍາຄັນ ແລະ ຂາດບໍ່ໄດ້ ໃນການເດີນທາງໄປສູ່ການພັດທະນາຕົວເມືອງແບບຍືນຍົງ.
ການພັດທະນາຕົວເມືອງທຸກລະດັບໃຫ້ໜ້າຢູ່ ປະຊາຊົນທຸກຄົນມີທີ່ຢູ່ອາໄສ ຊຶ່ງເປັນໜຶ່ງໃນປັດໄຈຂັ້ນພື້ນຖານ ທີ່ເໝາະສົມ ແລະ ພຽງພໍ ແມ່ນວຽກງານບຸລິມະສິດລໍາດັບຕົ້ນໆ ທີ່ທຸກປະເທດໃນທົ່ວໂລກຕ່າງກໍໃຫ້ຄວາມສໍາຄັນ ໂດຍສະເພາະແມ່ນອົງການ UN Habitat ທີ່ໄດ້ເປັນເຈົ້າການຈັດກອງປະຊຸມເວທີຕົວເມືອງໂລກ ຂຶ້ນເປັນປະຈໍາທຸກໆປີ. ການຂະຫຍາຍຕົວຂອງຕົວເມືອງໃນທົ່ວໂລກ ໄດ້ເກີດຂຶ້ນຢ່າງວ່ອງໄວ, ລວມທັງໃນ ສປປ ລາວ. ສະນັ້ນ, ກະຊວງ ຍທຂ ຈຶ່ງໄດ້ກຳນົດວິໄສທັດຮອດປີ 2030 ແຜນຍຸທະສາດ ໄລຍະ 2022-2030 ແລະ ແຜນປະຕິບັດ ໄລຍະ 2022-2025. ພ້ອມນັ້ນ, ກໍໄດ້ນໍາເອົາວາລະການພັດທະນາເມືອງໃໝ່ (New Urban Agenda) ແລະ ຫຼັກການໃນການພັດທະນາຕົວເມືອງແບບຍືນຍົງມານໍາໃຊ້.
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້, ເພື່ອເປັນເວທີໃນການນໍາສະເໜີປຶກສາຫາລື, ສົນທະນາ ແລະ ແລກປ່ຽນບົດຮຽນ ຈາກທຸກພາກສ່ວນກ່ຽວຂ້ອງ ທີ່ມີຄວາມທຸ້ມເທພະຍາຍາມ ແລະ ມີຄວາມຮັບຜິດຊອບຮ່ວມກັນ ໃນການກໍານົດອະນາຄົດຂອງຕົວເມືອງ ໂດຍສະເພາະແມ່ນກາລະໂອກາດ ແລະ ສິ່ງທ້າທາຍ ໃນການຫັນເປັນຕົວເມືອງ ທີ່ຕິດພັນກັບສ້າງພື້ນຖານເສດຖະກິດຕົວເມືອງໃຫ້ມີຄວາມເຂັ້ມແຂງ ເປັນແຮງຂັບເຄື່ອນໃຫ້ເກີດການຟື້ນຟູ ແລະ ການເຕີບໂຕ ຂອງເສດຖະກິດແຫ່ງຊາດ.
ທ່ານ ງາມປະສົງ ເມືອງມະນີ ກ່າວຕື່ມວ່າ: ການພັດທະນາແບບຍືນຍົງ (SGDs) ແລະ ການພັດທະນາສິ່ງແວດລ້ອມ ເພື່ອຊຸກຍູ້ການເຮັດກະສິກຳ ແບບຍືນຍົງ ຊຶ່ງເປັນຫົວຂໍ້ທີ່ສໍາຄັນໃນການປຶກສາຫາລື, ແລກປ່ຽນ ແລະ ເຮັດວຽກຮ່ວມກັນລະຫວ່າງພາກລັດ, ເອກະຊົນ ແລະ ຜູ້ທີ່ມີສ່ວນຮ່ວມໃນແຕ່ລະຂະແໜງການ. ນອກຈາກນີ້, ເວທີຕົວເມືອງແຫ່ງຊາດ ຄັ້ງທີ 3 ຈະໄດ້ຈັດຂຶ້ນເປັນເວລາ 5 ວັນ ເລີ່ມແຕ່ວັນທີ 9 ທັນວາ ຮອດ ວັນທີ 13 ທັນວາ 2024 ຍັງມີອີກຫຼາກຫຼາຍຫົວຂໍ້ສົນທະນາ ແລະ ການນໍາສະ ເໜີຈາກພາກສ່ວນຕ່າງໆ ທີ່ຈະແບ່ງປັນປະສົບການ, ສິ່ງທ້າທ້າຍ ແລະ ກາລະໂອກາດ ເພື່ອກ້າວໄປສູ່ວາລະການພັດທະນາຕົວເມືອງຂອງພວກເຮົາ. ສະນັ້ນ, ຈຶ່ງສະເໜີມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມຈົ່ງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ມີສ່ວນຮ່ວມໃນການພັດທະນາ ແລະ ແກ້ໄຂບັນຫາຂອງຕົວເມືອງໃນປະເທດເຮົາ ໃຫ້ມີຄວາມຍືນຍົງ, ໜ້າຢູ່ ແລະ ທັນສະໄໝ.
ໂອກາດນີ້, ທ່ານນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ຍັງໄດ້ຂຶ້ນນໍາສະເໜີຄວາມເປັນມາຂອງເວທີຕົວເມືອງແຫ່ງຊາດ ຕື່ມອີກ.
ທີ່ມາ: ປະຊາຊົນ