ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026

Sep 11, 2026

ໃນຕອນເຊົ້າ ຂອງວັນທີ 11 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ, ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກະຊວງການຕ່າງປະເທດ ຮ່ວມກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ຮົງກົງ, ພາກທຸລະກິດຈາກ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS – HONG KONG BUSINESS FORUM 2026) ພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດ ສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 11.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໃນການເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ, ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມຂົງເຂດການພັດທະນາເສດຖະກິດ-ສັງຄົມ.

ນອກນັ້ນ, ຍັງມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄື ນະໂຍບາຍສົ່ງເສີມການຄ້າ-ການລົງທຶນຂອງ ສປປ ລາວ ໃຫ້ແກ່ພາກທຸລະກິດໃນເຂດປົກຄອງພິເສດຮົງກົງ ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ແນໃສ່ດຶງດູດການຄ້າ-ການລົງທຶນຈາກເຂດດັ່ງກ່າວ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງ ແລກປ່ຽນບົດຮຽນດ້ານການພັດທະນາພະລັງງານສະອາດ. ການຈັດກອງປະຊຸມຄັ້ງນີ້ ຍັງເປັນນິມິດໝາຍສໍາຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ​ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ໝັ້ນຄົງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່.


ໃນໄລຍະດໍາເນີນກອງປະຊຸມ, ບັນດານັກທຸລະກິດ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນ ຢ່າງກົງໄປກົງມາ ກ່ຽວກັບການພັດທະນາຂະແໜງການເງິນ ແລະ ພະລັງງານສະອາດ ຢູ່ ສປປ ລາວ, ເຊິ່ງເປັນທ່າແຮງ ແລະ ຂົງເຂດບູລິມະສິດທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ. ພ້ອມດຽວກັນນັ້ນ ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກການຮ່ວມມື ຮ່ວມກັນ ຈໍານວນ 2 ສະບັບ ຄື: 1). ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ China International Capital Corporation-CICC; 2). ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ກັບ ຫ້ອງການທະນາຄານຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ; ແລະ ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ເພີ່ມຕື່ມອີກຈໍານວນ 1 ສະບັບ ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ Zhenzhen Yichu Smart Energy Group Co.,Ltd. ການລົງນາມດັ່ງກ່າວ ໄດ້ເປັນຂີດໝາຍໃໝ່ທີ່ສໍາຄັນ ໃນການຍົກລະດັບການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ມີໄມຕີຈິດ ແລະ ປະສົບຜົນສໍາເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກ ບັນດາບໍລິສັດຊັ້ນນໍາຂອງຮົງກົງ, ບາງແຂວງໃກ້ຄຽງຂອງ ສປ ຈີນ ແລະ ບັນດາບໍລິສັດຊັ້ນນໍາຂອງ ສປປ ລາວ ເຂົ້າຮ່ວມທັງໝົດຫຼາຍກວ່າ 120 ທ່ານ.

ຂ່າວ: ກົມເສດຖະກິດ, ກະຊວງການຕ່າງປະເທດ.
ພາບ: ກົມປະຊາສໍາພັນ ຫສນຍ.