ສື່ມວນຊົນອາຊຽນ ຮ່ວມປຶກສາຫາລືແລກປ່ຽນບົດຮຽນຮ່ວມກັນ.

ສປປ ລາວ ຮ່ວມກັບກອງເລຂາອາຊຽນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມື ລາວ-ເຢຍລະມັນ (GIZ) ຈັດກອງປະຊຸມເວທີສື່ມວນຊົນອາຊຽນ ຄັ້ງທີ 8 ໃນວັນທີ 25 ພະຈິກ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ນິໂຄ ສະເຕັກແມນ (Nicole Stechmann) ອຸປະທູດເຢຍລະມັນ ປະຈໍາ ສປປ ລາວ, ພ້ອມ ດ້ວຍແຂກຮັບເຊີນ ແລະ ສື່ມວນຊົນຈາກປະເທດສະມາຊິກອາ ຊຽນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເປີດໂອກາດໃຫ້ສື່ມວນ ຊົນຈາກປະເທດສະ ມາຊິກອາຊຽນໄດ້ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນຫລາຍບັນຫາສຳຄັນທີ່ຕິດພັນກັບການປະ ຕິບັດແຜນວຽກງານການເຊື່ອມໂຍງ-ເຊື່ອມຈອດ ກໍຄືຜົນໄດ້ຮັບ ແລະ ຄວາມຄາດຫວັງຕໍ່ຫນ້າຂອງວຽກງານຂອງອາຊຽນ.
ໃນໂອກາດກ່າວຕ້ອນຮັບຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໂພສີ ແກ້ວມະນີວົງ ໃຫ້ຮູ້ວ່າ: ກອງປະ ຊຸມຄັ້ງນີ້ ຖືເປັນ ການສະແດງຄວາມຊົມເຊີຍຕໍ່ວິໄສທັດຮ່ວມກັນຂອງອາຊຽນທີ່ມີການເຊື່ອມໂຍງ ແລະ ຄວາມສົມດຸນຫລາຍຂຶ້ນກວ່າເກົ່າ ເຊິ່ງສະ ທ້ອນໃຫ້ເຫັນເຖີງຫົວຂໍ້ຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ສອດຄ່ອງກັບປີທ່ອງທ່ຽວລາວ 2024. ນີ້ຖືເປັນປີທີ່ໜ້າສົນໃຈ ແລະ ເວທີສື່ມວນຊົນອາຊຽນຄັ້ງນີ້ ແມ່ນເປັນສ່ວນສໍາຄັນຂອງແຜນແມ່ບົດການສື່ສານອາຊຽນ 2018-2025 (ASEAN Communication Master Plan 2018–2025), ທັງເປັນເວທີສໍາລັບສື່ມວນຊົນໃນອາ ຊຽນໄດ້ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ.
ກອງປະຊຸມຄັ້ງນີ້, ນອກຈາກຈັດຂຶ້ນໃນເວລາທີ່ເໝາະສົມ ຍັງຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ ສປປ ລາວ ກໍາລັງກະກຽມສະ ເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ, ວັນທີ 2 ທັນວາ ຄົບຮອບ 49 ປີ ໃນອາທິດໜ້ານີ້.
ສ່ວນ ທ່ານ ກາວ ກິມຮຸນ (Kao Kim Hourn) ເລຂາ ທິການໃຫຍ່ອາຊຽນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຄັ້ງນີ້ໂດຍຜ່ານລະບົບອອນລາຍ, ບາງຕອນທ່ານກ່າວວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງໃນປີ 2017, ເວທີປຶກສາຫາລືນີ້ໄດ້ຈັດຂຶ້ນທຸກປີ ເຊິ່ງເປັນເວທີສົນທະນາທີ່ມີຄວາມໝາຍສໍາຄັນລະຫວ່າງຜູ້ກຳນົດນະໂຍບາຍຂອງອາຊຽນ ແລະ ບັນດາຜູ້ນຳສື່ມວນຊົນຂອງອາ ຊຽນ, ຊຸກຍູ້ການແລກປ່ຽນຄວາມຄິດເຫັນ ແລະ ເພີ່ມທະວີຄວາມເຂົ້າໃຈທັດສະນະຂອງອາຊຽນຕໍ່ບັນດາບັນຫາທີ່ພົ້ນເດັ່ນ. ນອກຈາກນີ້ ທ່ານຍັງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງສື່ ມວນຊົນໃນການຊຸກຍູ້ວາລະການເຊື່ອມໂຍງຂອງປະຊາຄົມອາ ຊຽນຫຼັງປີ 2025 ຕື່ມອີກ.






