ກອງປະຊຸມແນວໂຮມ 3 ປະເທດ ກໍາປູເຈຍ ລາວ ຫວຽດນາມ ຄັ້ງທີ 5 ຈັດຂຶ້ນໃນວັນທີ 9 ເມສາ 2024 ທີ່ສູນຝືກອົບຮົມການຮ່ວມມືສາກົນລາວ-ຍິ່ປຸ່ນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ສົມເດັດ ກິດຕິ ສິງຫາບັນດິດ ແມນຊໍາອອນ ປະທານສະພາແນວໂຮມສາມັກຄີພັດທະນາມາຕຸພູມແຫ່ງຣາຊອານາຈັກກໍປູເຈຍ ແລະ ທ່ານ ໂດວັນຈຽນ ປະທານຄະນະກໍາມະການສູນກາງແນວໂຮມປະເທດວຽດນາມ ພ້ອມດ້ວຍ ການນໍາຂັ້ນສູງ ແລະ ແນວໂຮມຂອງສາມປະເທດເຂົ້າຮ່ວມເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ຂອງສາມອົງການແນວໂຮມ ໄລຍະປີ 2020 ຫາ 2023 ແລະ ລົງນາມບົດບັນທືກຊ່ວຍຈໍາແຜນການຮ່ວມມືໄລຍະແຕ່ປີ 2024 – 2027 ແລະ ຍັງເປັນພົບປະແລກປ່ຽນບົດຮຽນກ່ຽວກັບວຽກແນວໂຮມຂອງສາມປະເທດ ແນ່ໃສ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ທີ່ເປັນມູນເຊື້ອຂອງສາມອົງການແນວໂຮມ.
ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ : ການດໍາເນີນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງ ແລະ ເຈດຕະນາລົມໃນການເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມສາມັກຄີຮັກແພງ ລະຫວ່າງສາມຊາດກໍາປູເຈຍ ລາວ ແລະ ຫວຽດນາມ ທີ່ມີມາແຕ່ດົນນານ ຫາກຍັງເປັນການຈັດຕັ້ງປະຕິບັດຕາມຈິດໃຈຊີ້ນໍາ ຂອງສາມກົມການເມືອງຂອງສາມປະເທດ.
ກອງປະຊຸມ ຍັງໄດ້ຮັບຟັງ ການລາຍງານສະພາບການຈັດຕັ້ງປະຕິບັດ ບົດບັນທືກຊ່ວຍຈໍາໄລຍະສາມປີຜ່ານມາ ໂດຍສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊະອານາຈັກກໍາປູເຈຍ, ສູນກາງແນວລາວສ້າງຊາດ ແລະ ແນວໂຮມປະເທດວຽດນາມ ຫຼັງຈາກນັ້ນ ກອງປະຊຸມ ໄດ້ມີພິທີເຊັນບົດບັນທຶກຊ່ວຍຈໍາ ແຜນການຮ່ວມມືລະຫວ່າງ ແນວໂຮມ 3 ປະເທດ 06 ຂໍ້ທີ່ໄດ້ລົງນາມຮ່ວມກັນ ຄື: ການຊຸກຍູ້ວຽກງານຂ່າວສານ, ວຽກງານຊຸກຍູ້-ສົ່ງເສີມການຮ່ວມມືລະຫວ່າງແນວໂຮມທຸກຂັ້ນຂອງ 3 ປະເທດ, ການຈັດກິດຈະກຳຊົມເຊີຍວັນບຸນສຳຄັນຕ່າງໆ ແລະ ສະເຫຼີມສະຫຼອງຂອງ 3 ປະເທດ, ການແລກປ່ຽນຜູ້ແທນຂັ້ນສູງ ແລະ ພະນັກງານວິຊາການ, ວຽກງານການປະກອບສ່ວນເຂົ້າໃນການກໍ່ສ້າງວົງຄະນະຍາດອາຊຽນ ແລະ ວຽກງານສາມຝ່າຍ ຊຸກຍູ້ວຽກງານໂຄສະນາ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ພະຍາດອື່ນໆ.
ຜ່ານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ແຜນການຮ່ວມມືລະຫວ່າງແນວໂຮມ 3 ປະເທດ ເຫັນວ່າໄດ້ຮັບຜົນດີ, ບັນດາເນື້ອໃນການຮ່ວມມືໄດ້ຮັບການຜັນຂະຫຍາຍລົງສູ່ຮາກຖານຢ່າງກ້ວາງຂວາງ, ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ນັກຮຽນນັກສຶກສາ ເຂົ້າໃຈມູນເຊື້ອອັນດີງາມຂອງສາຍພົວພັນລະຫວ່າງ 3 ປະເທດ ແລະ ໄດ້ຮັບການເສີມຂະຫຍາຍມູນເຊື້ອດັ່ງກ່າວຢ່າງບໍ່ຢຸດຢັ້ງ.
ໃນຕໍ່ໜ້າ ແນວໂຮມ 3 ປະເທດ ລາວ ຫວຽດນາມ ແລະ ກໍາປູເຈຍ ຕ້ອງສືບຕໍ່ເພີ່ມທະວີສືກສາອົບຮົມ ປະຊາຊົນຊັ້ນຄົນຕ່າງໆ ໂດຍສະເພາະຄົນຮຸ່ນໜຸ່ມໃຫ້ເຂົ້າໃຈດ້ານພຶດຕິກໍາ ແລະ ຄວາມສາມັກຄີແບບພິເສດ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໜັ້ນຄົງຍາວນານຂອງສາມຊາດ ໃຫ້ຊຶມເລິກ ແລະ ກາຍເປັນການກະທໍາຕົວຈິງ.







