ອົງການກາແດງແຫ່ງຊາດລາວຈັດກອງປະຊຸມແລກປ່ຽນໂຄສະນາ-ຂ່າວສານວຽກງານກາແດງ ກັບບັນດາສື່ມວນຊົນ ໃນວັນທີ 08 ທັນວາ 2025 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຮອງປະທານ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ສະຖາບັນເລືອດແຫ່ງຊາດ, ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ບັນນາທິການ, ນັກຂ່າວ, ໂຄສົກ-ນັກຈັດລາຍການຈາກສື່ຕ່າງໆ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ມີຄໍາເຫັນວ່າ: ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອເປິກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານກ່ຽວກັບ 9 ວຽກງານຂອງອົງການກາແດງແຫ່ງຊາດລາວ, ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງອົງການກາແດງ ແລະ ຊີກວົງເດືອນແດງສາກົນ, ເຄື່ອງໝາຍ, ຫຼັກການພື້ນຖານ, ພາລະບົດບາດໜ້າທີ່ຂອງອົງການກາແດງ, ການສ້າງຕາໜ່າງເພື່ອນຮ່ວມງານລະຫວ່າງອົງການກາແດງແຫ່ງຊາດລາວກັບບັນດາສື່ມວນຊົນໃຫ້ມີການພົວພັນເຊິ່ງກັນ ແລະ ກັນທີ່ແໜ້ນແຟ້ນ, ເພື່ອເປັນການສົ່ງເສີມການໂຄສະນາວຽກງານຂ່າວສານຂອງອົງການກາແດງແຫ່ງຊາດລາວໃຫ້ກວ້າງຂວາງ, ເຂັ້ມແຂງ, ມີປະສິດທິພາບ, ປະສິດທິຜົນ, ຫັນເປັນທັນສະໄໝກວ່າເກົ່າ ເພື່ອຮັບປະກັນການສະໜອງຂໍ້ມູນຂ່າວສານໃຫ້ສັງຄົມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງຄົບຖ້ວນ ແລະ ຊັດເຈນ.
ທ່ານ ຄໍາລາວັນ ຈັນທະລາວັນ ມີຄໍາເຫັນຕື່ມວ່າ: ອົງການກາແດງແຫ່ງຊາດລາວ ມີພາລະບົດບາດສໍາຄັນໃນການປະກອບສ່ວນຊ່ວຍລັດຖະບານ, ໃຫ້ການຊ່ວຍເຫຼືອດ້ານວຽກງານມະນຸດສະທໍາແກ່ປະຊາຊົນທີ່ດ້ອຍໂອກາດ, ທຸກຍາກຂາດເຂີນ ແລະ ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆໃນຂອບເຂດທົ່ວປະເທດ. ພາລະບົດບາດດັ່ງກ່າວຈະບັນລຸຕາມຄາດໝາຍທີ່ວາງໄວ້ ແມ່ນປັດສະຈາກການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງຕາມລະບຽບການ, ເຂັ້ມແຂງໜັກແໜ້ນ ແລະ ທັນການຂອງສື່ມວນຊົນບໍ່ໄດ້ ສະນັ້ນ ວຽກງານໂຄສະນາຂ່າວສານປຽບເໝືອນກະບອກສຽງອັນໜຶ່ງຂອງອົງການກາແດງແຫ່ງຊາດລາວ ທີ່ບໍ່ພຽງແຕ່ເປັນການເຄື່ອນໄຫວວຽກງານດ້ານຕ່າງໆເທົ່ານັ້ນ, ຍັງເປັນການເຜີຍແຜ່ບັນດາວຽກງານ, ຫຼັກການໃນການຊ່ວຍເຫຼືອປະຊາຊົນ ກໍຄືສິ່ງທີ່ເປັນພື້ນຖານສໍາຄັນຂອງການເຄື່ອນໄຫວວຽກງານຂອງອົງການກາແດງແຫ່ງຊາດລາວ ພ້ອມທັງສາມາດປຸກລະດົມ, ຊຸກຍູ້, ປະກອບສ່ວນ ຫຼື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ຊຶ່ງສື່ມວນຊົນແມ່ນເປັນກະບອກສຽງສໍາຄັນທີ່ຈະເປັນຂົວຕໍ່ໃນການສົ່ງຂໍ້ມູນຂ່າວສານແຫ່ງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານເວົ້າລວມ ເວົ້າສະເພາະອົງການກາແດງແຫ່ງຊາດລາວອອກສູ່ສັງຄົມ.

ກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີວຽກງານຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ-ສະໜອງເລືອດທີ່ປອດໄພ, ວຽກງານສົ່ງເສີມສຸຂະພາບຂັ້ນພື້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາ ແລະ ຂົນຂວາຍແຫຼ່ງທຶນ, ວຽກງານສ້າງສະມາຊິກ ແລະ ອາສາສະໝັກກາແດງ, ວຽກງານການສືບທາວຫາຍາດພີ່ນ້ອງ, ວຽກງານພົວພັນ ແລະ ຮ່ວມມືສາກົນ ລວມທັງການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບວຽກງານກາແດງ ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ບັນດາສື່ມວນຊົນ ເພື່ອພັດທະນາວຽກງານສື່ ແລະ ຄວາມສາມາດໃນການມີສ່ວນຮ່ວມຂອງສື່ມວນຊົນຕໍ່ວຽກງານຂອງອົງການກາແດງແຫ່ງຊາດລາວ.


