ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານໂພຊະນາການປະຈຳປີ 2024

Mar 18, 2025

ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການ ປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 18 ມີນານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ບິລາລ ໂອແຣັງ ເຊັບ ດຸຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການສະຫະປະຊາດສໍາລັບເດັກ (ອົງການອຸຍນີເຊັບ) ປະຈຳສປປ ລາວ, ທ່ານ ອາເລັກຊານເດີ ເຄຣເມີ (Alexander Kremer) ຫົວໜ້າຫ້ອງການທະນະຄານໂລກປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອ “ການສະໜອງທຶນໃສ່ວຽກງານໂພຊະນາການ ເພື່ອຮີບຮ້ອນໃຫ້ມີການຈັດຕັ້ງປະຕິບັດແບບເລັ່ງລັດ” ໃນໂຄ້ງສຸດທ້າຍຂອງການປະຕິບັດແຜນ 5 ປີ ຄັ້ງທີ 9 ກໍຄືແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ປີ 2020-2025 ແນໃສ່ໃຫ້ບັນລຸຄາດໝາຍດ້ານໂພຊະນາການ ໂດຍສະເພາະໃຫ້ອັດຕາເດັກຂາດອາຫານປະເພດລວງສູງບໍ່ໄດ້ມາດຕະຖານ ຫຼຸດລົງເປັນ 1 ໃນ 4 ໃນປີ 2030. ດັ່ງນັ້ນ, ຂໍຮຽກຮ້ອງມາຍັງບັນດາຂະແໜງການ, ອົງການຈັດຕັ້ງທຸກພາກສ່ວນ ແລະ ຄະນະກຳມະການໂພຊະນາການທຸກຂັ້ນ ຈົ່ງໄດ້ສືບຕໍ່ເຊີດຊູຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດຢ່າງໃກ້ຊິດບາງວຽກງານທີ່ສຳຄັນດັ່ງນີ້: 1) ສືບຕໍ່ເອົາວຽກໂພຊະນາການເຊື່ອມເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 ແລະ ລະບົບລາຍງານຕິດຕາມປະເມີນຜົນຂອງຊາດ; 2) ໃຫ້ແຕ່ລະຂະແໜງການນຳເອົາບັນດາກຸ່ມກິດຈະກຳທີ່ນອນຢູ່ໃນແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ເຊື່ອມເຂົ້າໃນແຜນພັດທະນາ 5 ປີ ແລະ ຈັດເຂົ້າເປັນແຜນບຸລິມະສິດ ປະຈໍາປີ 2025 ແລະ ເຊື່ອມເຂົ້າໃນກອບລະບົບລາຍງານຂອງແຕ່ລະຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ; 3) ສູ້ຊົນເພີ່ມທະວີການສະໜອງດ້ານງົບປະມານເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ການສັງລວມລາຍງານດ້ານການເງິນທີ່ສະໜອງໃນວຽກໂພຊະນາການໃນແຕ່ລະຂະແໜງການ; 4) ເພີ່ມທະວີການຮ່ວມມືປະສານງານກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນເພື່ອລະດົມທຶນ ໃນການສະໜັບສະໜູນວຽກງານໂພຊະນາການ; 5) ສືບຕໍ່ປັບປຸງຄະນະກຳມະການໂພຊະນາການຂັ້ນແຂວງ, ເມືອງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບປັບປຸງເລກທີ 155 ແລະ ປັບປຸງຈຸດປະສານງານແຕ່ລະຂະແໜງການ ເພື່ອໃຫ້ມີຄວາມຄ່ອງໂຕ ແລະ ຟົດຟຶ້ນຢ່າງຕໍ່ເນື່ອງ ພ້ອມທັງໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ; 6) ສ້າງຄວາມເຂັ້ມແຂງໃຫ້ລະບົບການຜະລິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເພື່ອສຸຂະພາບແບບຍືນຍົງ ພ້ອມທັງສ້າງຄວາມເຂັ້ມແຂງລະບົບບໍລິການດ້ານໂພຊະນາການ; 7) ເຮັດການເຝົ້າລະວັງທາງດ້ານໂພຊະນາການຢ່າງເປັນປົກກະຕິ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ນຳໃຊ້ບັນດາຂໍ້ມູນຫຼັກຖານໃໝ່ເຂົ້າໃນການວາງແຜນແກ້ໄຂບັນຫາໃຫ້ຖືກຈຸດ ແນໃສ່ເຮັດໃຫ້ການລົງທຶນໄດ້ຮັບປະສິດທິຜົນສູງສຸດ; 8) ທຸກພາກສ່ວນໃຫ້ການສະໜັບສະໜູນ ການສະໜອງ ແລະ ຈັດສັນທຶນໃສ່ເພື່ອຈັດຕັ້ງປະຕິບັດວຽກງານໂພຊະນາການ, ຕິດຕາມຊຸກຍູ້ປະເມີນຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ສະຫຼຸບລາຍງານເປັນແຕ່ລະໄລຍະ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ