ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ກຳມະບານ ຄຕພ ຄັ້ງທີ II

Feb 1, 2025

ໃນວັນທີ 31 ມັງກອນ 2025, ສະຫະພັນກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັັກ (ຄຕພ)ໄດ້ເປີດກອງປະຊຸມໃຫຍ່ສະມາຊິກກຳມະບານ ຄຕພ ຄັ້ງທີ II ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ເກີລໍ ຢ່າງກໍ່ ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານສະຫະພັນກຳມະບານ ຄຕພ ແລະ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ. ພ້ອມນັ້ນ, ຍັງມີບັນດາສະຫາຍໃນຄະນະພັກ, ເລຂາໜ່ວຍພັກ, ບັນດາສະຫາຍຕາງໜ້າອົງການຈັດຕັ້ງແມ່ຍິງ ແລະ ຊາວໜຸ່ມ ຄຕພ, ມີຜູ້ຕາງໜ້າຈາກອົງການກຳມະບານອ້ອມຂ້າງ ຫຼັກ 6, ກະຊວງການຕ່າງປະເທດ ແລະ ສະມາຊິກກຳມະບານ ພາຍໃນ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງ ການຜ່ານບົດລາຍງານການເມືອງ ໂດຍ ສະຫາຍ ສິງຫານະຄອນ ສີຫາລາດ ກຳມະການຄະນະບໍລິຫານງານສະຫະພັນກຳມະບານ ຄຕພ ຊຶ່ງໄດ້ຊີ້ໃຫ້ເຫັນເຖິງຜົນສໍາເລັດຮອບດ້ານ ທີ່ສະຫະພັນກຳມະບານ ຄຕພ ສາມາດຍາດມາໄດ້ ໃນໄລຍະຜ່ານມາ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າ ໂດຍສະເພາະແມ່ນ ບັນດາຜົນສຳເລັດໃນການຈັດຕັ້ງປະຕິບັດແຜນງານ-ໂຄງການທີ່ກຳນົດໄວ້, ຍົກສູງຄວາມເປັນເຈົ້າການ ໃນການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ສ້າງຖັນແຖວສະມາຊິກກຳມະບານໃຫ້ເຂັ້ມແຂງ ກ້າວໜ້າ ທັນສະໄໝ ແລະ ອັນພົ້ນເດັ່ນແມ່ນ ສະຫະພັນກຳມະບານ ຄຕພ ສາມາດຮັກສາໄດ້ ນາມມະຍົດກຳມະບານ 5 ເປັນເຈົ້າ 4 ປີ ຕິດຕໍ່ກັນ. ໃນກອງປະຊຸມ, ສະຫາຍ ເກີລໍ່ ຢ່າງກໍ່ ໄດ້ຜ່ານບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານສະຫະພັນກຳມະບານ ຄຕພ ສະໄໝທີ I ໂດຍໄດ້ຕີລາຄາການນຳພາ-ຊີ້ນຳຂອງ ຄະນະບໍລິຫານງານກຳມະບານ ໃນໄລຍະຜ່ານມາ ໂດຍຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ເພື່ອປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການນໍາພາ-ຊີ້ນໍາ ການເຄື່ອນໄຫວກຳມະບານໃນຕໍ່ໜ້າ ມີທ່ວງທ່າທີ່ຕັ້ງໜ້າ ແລະ ມີຜົນສໍາເລັດຫຼາຍກວ່າເກົ່າ ໃນຊຸມປີຕໍ່ໜ້າ.
ໃນກອງປະຊຸມ ຍັງໄດ້ຈັດພິທີມອບທຸງໄຊກຳມະບານ 5 ເປັນເຈົ້າ, ປ້າຍກຽດຕິຍົດ ແລະ ປະດັບຫຼຽນກາໃຫ້ແກ່ ສະຫະພັນກຳມະບານ ຄຕພ ຊຶ່ງໃຫ້ກຽດປະດັບໂດຍ ສະຫາຍ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະພັກ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ກຽດປະດັບຫຼຽນກາ ໃຫ້ 6 ກຳມະບານຮາກຖານ ຂອງ ສະຫະພັນກຳມະບານ ຄຕພ.
ພ້ອມນີ້, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານກຳມະບານ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດໃໝ່ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງສະຫະພັນກຳມະບານ ຄຕພ ໄດ້ຕົກລົງ ເລືອກເອົາ ສະຫາຍ ຈັນທະພອນ ຄຳມະນີຈັນ ເປັນປະທານສະຫະພັນກຳມະບານ ຄຕພ, ສະຫາຍ ທອງດົມ ອິນທະພົນ ເປັນຮອງປະທານ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ຂັນທະວັນ ແກ້ວມະນີວັນ ເປັນຮອງປະທານກວດກາ.
ກອງປະຊຸມໃຫຍ່ດັ່ງກ່າວ ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ແລະ ສະຫາຍ ວິໄລ ວົງຂະເສີມ ຊຶ່ງໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສຳເລັດ, ຜົນງານຂອງຄະນະບໍລິຫານງານກຳມະບານ ຄຕພ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານກຳມະບານ ຄຕພ ໃນຊຸມປີຕໍ່ໜ້າ ເພື່ອເປັນເຂັມທິດເຍືອງທາງ ແລະ ເປັນບ່ອນອີງສຳຄັນ ໃຫ້ແກ່ຄະນະບໍລິຫານງານກຳມະບານ ຄຕພ ຊຸດໃໝ່ ນຳໄປຄົ້ນຄວ້າ ແລະ ຜັນຂະຫຍາຍ ເຂົ້າໃນການນຳພາ-ຊີ້ນຳວຽກງານກຳມະບານ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ ໃຫ້ມີຜົນສຳເລັດໃໝ່ ໃຫຍ່ຫຼວງກວ່າເກົ່າ.
ຂ່າວ: ຄຕພ; ພາບ: ສຳນານ