ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ຄັ້ງທີ VI

Mar 19, 2025

ກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈຳປາສັກ ຄັ້ງທີ VI ຈັດຂຶ້ນໃນຕອນເຊົ້າວັນທີ 19 ມີນາ 2025 ນີ້ ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈຳປາສັກ.
ສະຫາຍ ທະນົງສັກ ດວງມາລາ ຮອງເລຂາຄະນະພັກຮາກຖານ,ຮອງຫົວໜ້າພະ ແນກ ໂຍທາທິການ ແລະ ຂົນສົ່ງ ຍທຂ ແຂວງຈຳປາສັກ ລາຍງານຕໍ່ກອງປະຊຸຸມວ່າ:
ໃນໄລຍະ 5 ປີຜ່ານມາ (2020-2024) ຄະນະພັກຮາກຖານ ສະໄໝທີ 5 ໄດ້ສຸມໃສ່ນໍາພາວຽກງານຂອງຕົນຕາມ 5 ຫຼັກການ, 3 ທິດນຳ ຢ່າງມີຫົວຄິດປະດິດສ້າງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານອັນພົ້ນເດັ່ນ ໂດຍສາມາດລະດົມທຶນທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດ ກັບບັນດາປະເທດ ແລະ ອະນຸພາກພື້ນ ໄດ້ທັງໝົດ ເປັນສະກຸນເງິນກີບ (ທຶນພາຍ ໃນ) ຈໍານວນ 2,666.64 ຕື້ກີບ ແລະ ເປັນສະກຸນເງິນຕາຕ່າງປະເທດ (ທຶນ ODA) ຈໍານວນ 135.88 ລ້ານໂດລາສະຫະລັດ.
ທົ່ວແຂວງ ມີເສັ້ນທາງທັງໝົດ 1,109 ເສັ້ນ ຍາວ 4,851.36 ກມ(ປູຢາງຂົ້ວ ຍາວ 102.32 ກມ, ປູເບຕົງຍາວ 144.73 ກມ, ປູຢາງ ຍາວ 842.24 ກມ, ປູແຮ່/ດິນແດງ ຍາວ 2,311.73 ກມ ແລະ ທາງດິນທໍາມະຊາດ ຍາວ 1,450.34 ກມ), ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 528.76 ກມ ຫຼື ເທົ່າກັບ 12.23%; ມີຂົວທັງໝົດ 269 ແຫ່ງ ຍາວ 10,924.49 ແມັດ.
ກອງປະຊຸມໄດ້ປ່ອນບັດເລືອກເອົາຄະນະພັກຮາກຖານຊຸດໃໝ່ເຊິ່ງມີຜູ້ສະໝັກ 9 ສະຫາຍ,ເລືອກເອົາ 7 ສະຫາຍ. ຜົນການປ່ອນບັດ ແລະ ດຳເນີນກອງປະຊຸຸມຄັ້ງປະຖົມມະລຶກໄດ້ເລືອກຕັ້ງເອົາຄະນະພັກຮາກຖານ ພະແນກ ຍທຂ ແຂວງ ສະໄໝທີ VI ຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ
ກອງປະຊຸມໄດ້ເລືອກເອົາ ສະຫາຍ ຈັນທະວີສຸກ ວັນສີລິ ເປັນເລຂາຄະນະພັກຮາກຖານ, ສະຫາຍ ທະນົງສັກ ດວງມາລາ ເປັນຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ສຸກສະຫວັນ ເພັງພະຈັນ ເປັນປະທານກວດກາຄະນະພັກຮາກຖານ.
ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດໂອ້ລົມໂດຍຍ້ອງຍໍຊົມເຊີຍຜົນງານການນຳພາໃນໄລຍະ 5 ປີຜ່ານມາ ແລະ ເນັ້ນໃຫ້ຄະນະພັກຊຸດໃໝ່ສືບຕໍ່ເພີ່ມທະວີຊີ້ນຳນຳພາວຽກງານ ຍທຂ ພາຍໃນແຂວງໃຫ້ມີການຂະຫຍາຍຕົວກ້າວຂຶ້ນ. ສ້າງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາເສດຖະກິດ -ສັງຄົມ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ,ພາບ:ເກດສະໜາ ແກ້ວສຸວັນນະແສງ