ກອງປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກເມືອງປາກງື່ມ ນະຄອນຫລວງວຽງຈັນ ໄຂຂຶ້ນໃນຕອນເຊົ້າ ວັນທີ 24 ມີນາ 2025 ຢູ່ສະໂມສອນໃຫຍ່ ອົງການປົກຄອງເມືອງປາກງື່ມ ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາຫມູນ ຕຽງທະລາດ ກໍາມະການພັກນະຄອນຫລວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງໆປາກງື່ມ, ມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັັນ, ມີຄະນະບໍລິຫານງານພັກເມືອງ, ຜູ້ເເທນກອງປະຊຸມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄໍາຫມູນ ຕຽງທະລາດ ໄດ້ຕາງຫນ້າຄະນະບໍລິຫານງານພັກເມືອງຜ່ານບົດລາຍງານການເມືອງ ໂດຍທ່ານໄດ້ຍົກໃຫ້ເຫັນເຖີງສະພາບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆຕະຫລອດໄລຍະ 5 ປີຜ່ານມາ 2020-2024 ເຫັນວ່າຫລາຍຫນ້າວຽກມີຜົນສໍາເລັດໂດຍພື້ນຖານ ເປັນຕົ້ນ : ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽງານການພັດທະນາວັດທະນະທໍາ-ສັງຄົມ, ການປັບປຸງອົງການປົກຄອງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ, ວຽກງານລົງກໍ່ສ້າງຮາກຖານການເມືອງ, ວຽກງານເເນວລາວສ້າງຊາດຕິດພັນກັບ 3 ອົງການຈັດຕັ້ງມະຫາຊົນ, ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ວຽກງານພົວພັນຮ່ວມມືພາຍໃນ ແລະ ຕ່າງປະເທດ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ລວມເຖິງທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ ນັບແຕ່ປີ 2025 ຫາ 2029, ໃນນີ້ສະເພາະແຜນການເກັບລາຍຮັບ 5 ປີ 2020-2024 ຂອງເມືອງທີ່ວາງຄາດຫມາຍໄວ້ 49,5 ຕື້ກີບ ສາມາດຈັດຕັ້ງປະຕິບັດເກັບໄດ້ ທັງໝົດ 49,39 ຕື້ກີບເທົ່າກັບ 99,62 % ບໍ່ບັນລຸຕາມຄາດໝາຍ 0.38 % ຂອງແຜນການ 5 ປີ ຖ້າທຽບໃສ່ແຜນການເກັບລາຍຮັບ 5 ປີຂອງນະຄອນຫຼວງມອບໃຫ້ 42,78 ຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 49,39 ຕື້ກີບ ເທົ່າກັບ 115,45 % ລື່ນແຜນການ 15,45 % ໃນນີ້ພົ້ນເດັ່ນແມ່ນປີ 2024 ແຜນການຈັດເກັບລາຍຮັບທັງໝົດ 8,68 ຕື້ກີບ ສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 11,92 ຕື້ກີບ ເທົ່າກັບ 137.34% ລື່ນແຜນການ 37.34% ຂອງແຜນການປີ ສໍາລັບການລົງປະເມີນຄອບຄົວພົ້ນທຸກຕາມດໍາລັດ 348 ຂອງລັດຖະບານ ວ່າດ້ວຍມາດຕະການພົ້ນທຸກ ແລະ ມາດຕະການພັດທະນາ, ຜ່ານການລົງເກັບກຳຂໍ້ມູນຕົວຈິງມີທັງໝົດ 10,232 ຄອບຄົວ, ພົນລະເມືອງທັງໝົດ 50,293 ຄົນ, ຄອບຄົວທີ່ບໍ່ບັນລຸຄົບຕາມ 6 ມາດຕະຖານ ຂອງຄອບຄົວພົ້ນທຸກມີ 87 ຄອບຄົວ ກວມເອົາ 0,85 %, ບ້ານພັດທະນາບັນລຸຄົບ 88 ຕົວຊີ້ບອກເພີ່ມຂື້ນ 11 ບ້ານເມືອງພົ້ນທຸກ ແລະ ເມືອງແຂງແຮງຮອບດ້ານມາດຕະຖານເມືອງພົ້ນທຸກມີ 9 ມາດຕະຖານ, ບັນລຸມີ 6 ມາດຕະຖານ ເທົ່າກັບ 66,6%, ບໍ່ທັນບັນລຸ 3 ມາດຕະຖານ ເທົ່າກັບ 33,3%; ມາດຕະຖານເມືອງເຂັ້ມແຂງຮອບດ້ານມີ 16 ຕົວຊີ້ບອກບັນລຸມີ 45 ຕົວຊີ້ບອກ ເທົ່າກັບ75%, ບໍ່ທັນບັນລຸມີ 15 ຕົວຊີ້ບອກ ເທົ່າກັບ 25% ເເລະ ອື່ນໆ.
ນອກຈາກນີ້ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນຮັບຟັງບົດລາຍງານການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V 2020-2024 ເເລະ ທິດທາງເເຜນການ 5 ປີຄັ້ງທີ 6 2024-2029, ຮັບຟັງ ການປະກອບຄໍາເຫັນໃນຫົວຂໍ້ ພັກນຳພາສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຕິດພັນກັບວຽກງານຊາແດນ,ບົດປະກອບຄໍາເຫັນກ່ຽວກັບພັກນໍາພາແກ້ໄຂປະກົດການຫຍໍ້ທໍ້ ຕໍ່ລະບົບການຮຽນ-ການສອນຂະແໜງການສຶກສາ,ວຽກງານພັກນໍາພາສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງບ້ານ,ພັກນໍາພາແກ້ໄຂຄວາມທຸກຍາກຕາມມາດຕະຖານ ດໍາລັດ 348/ລບ ຕິດພັນກັບການສົ່ງເສີມຜະລິດກະສິກໍາເປັນສິນຄ້າ ເເລະ ຫົວຂໍ້ພັກນໍາພາການຄຸ້ມຄອງທີ່ດິນ ຕິດພັນກັບການຮັກສາສິ່ງແວດລ້ອມ, ນອກຈາກນີ້ຜູ້ເເທນທີ່ເຂົ້າຮ່ວມກອງປະຊຸມຍັງຈະໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕບ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃຫມ່ຕື່ມອີກ.
ຂ່າວ : ເດດອາລຸນ ແກ້ວວິໄລ






