ກອງປະຊຸມໃຫຍ່ຄັ້ງທີ IX ຜູ້ແທນແມ່ຍິງກະຊວງ ຖວທ

ກອງປະຊຸມໃຫຍ່ ຄັ້ງທີ IX ຜູ້ແທນແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2025 ທີ່ຫໍວັດທະນະທຳແຫ່ງຊາດ. ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ຖວທ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ອາລີ ວົງໜໍາບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ; ບັນດາປ້າອາວຸໂສບໍານານ ພ້ອມດ້ວຍຄະນະສະຫະພັນແມ່ຍິງອ້ອມຂ້າງກະຊວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ວຽງທອງ ພິມພະຈັນ ຮອງປະທານຄະນະບໍລິການງານສະຫະພັນແມ່ຍິງກະຊວງ ຖວທ, ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ຖວທ ຄັ້ງທີ IX ໂດຍຫຍໍ້, ສະຫະພັນແມ່ຍິງກະຊວງ ຖວທ, ໂດຍພາຍໃຕ້ການຊີ້ນຳ ນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສ້າງເງື່ອນໄຂໃຫ້ສະຫະພັນແມ່ຍິງເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ສາມາດປະຕິບັດ ແລະ ໄດ້ຮັບຜົນສຳເລັດຂອງວຽກງານ ໃນແຕ່ລະດ້ານ ໂດຍສະແດງອອກໃນດ້ານວຽກງານແນວຄິດການເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງຂອງສະມາຊິກ ແລະ ພະນັກງານເພດຍິງ ໃນຂະແໜງການໃຫ້ມີນໍ້າໃຈຮັກຊາດ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ແລະ ປະຕິບັດວຽກງານຢ່າງມີຄວາມຮັບຜິດຊອບສູງ, ວຽກງານກໍ່ສ້າງພະນັກງານເພດຍິງ ໄດ້ຮັບການບຳລຸງທິດສະດີການເມືອງການປົກຄອງທັງຫມົດ 156 ສະຫຍ ແລະ ໄດ້ເຂົ້າຮ່ວມຝຶກອົບຮົມດ້ານອື່ນໆ, ນອກຈາກນີ້ສະມາຊິກສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ຍັງໄດ້ຮັບການຍ້ອງຍໍ ໃນການປະກອບສ່ວນສ້າງສາພັດທະນາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ ໄດ້ຮັບຫຼຽນກາແຮງງານຊັ້ນ 1 ຈຳນວນ 151 ຫຼຽນ; ຊັ້ນສອງຈຳນວນ 270 ຫຼຽນ, ແລະ ຊັ້ນ 3 ຈຳນວນ 273 ຫຼຽນ, ຫຼຽນກາມິດຕະພາບ 2 ຫຼຽນ, ຫຼຽນກາແຮງງານ 356 ຫຼຽນ, ໃບຍ້ອງຈາກລັດຖະບານ 300 ໃບ, ໃບຍ້ອງຍໍຈາກກະຊວງ 159 ໃບ, ໃບຂອບໃຈ 13 ໃບ, ໄດ້ຮັບໃບຍ້ອງຍໍບຸກຄົນ 3 ດີ ປະເພດ1 ຈຳນວນ 719 ສະຫາຍ ແລະ ປະເພດສອງ 21 ສະຫາຍ, ການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີຂອງສະຫະພັນແມ່ຍິງລາວ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊືມຄຳຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໃຫ້ສະມາຊິກສະຫະພັນແມ່ຍິງ ເປີດບັ້ນແຂ່ງຂັນພ້ອມຕີລາຄາສະຫຼຸບສັງລວມການຈັັດຕັ້ງປະຕິບັດຂໍ້ແຂງຂັນໄລຍະ 1 ແລະ 2 ໄດ້ຮັບຜົນສຳເລັດ ສະແດງອອກຄື: ປີ 2021-2022 ມີສະມາຊິກ 3 ດີ ປະເພດ1 ຈຳນວນ 735 ສະຫາຍ, ໜ່ວຍແມ່ຍິງ 3 ດີ ຈຳນວນ 49 ໜ່ວຍ, ປີ 2023-2024 ມີສະມາຊິກ 3 ດີ ປະເພດ 1 ຈຳນວນ 719 ຄົນ, ໜ່ວຍແມ່ຍິງ 3 ດີ 41 ໜ່ວຍ, ສຳລັບປີ 2024 ມີສະມາຊິກ 3 ດີ 677 ສະຫາຍ, ໜ່ວຍແມ່ຍິງ 3 ດີ 44 ໜ່ວຍ, ພາຍຫຼັງຜ່ານຮ່າງບົດລາຍງານ ບັນດາສະມາຊິກໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາໃສ່ຮ່າງບົດລາຍງານເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ໃນໂອກາດດັ່ງກ່າວ ທ່ານ ນາງ ບົວໄຂ ເພັງພະຈັນ ໄດ້ມອບໃບຍ້ອງຍໍ 3 ດີໃຫ້ບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ຊຸດໃຫມ່ ໂດຍມີຜູ້ລົງສະໝັກທັງຫມົດ 17 ສະຫາຍ, ເລືອກເອົາ 13 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ໃນກອງປະຊຸມຮອບປະຖົມມະເລີກໄດ້ຄັດເລືອກເອົາສະຫາຍ ຈໍາພອນ ວົງສາ ເປັນປະທານສະຫະພັນແມ່ຍິງ ຊຸດທີ IX; ສະຫາຍ ນາງ ວອນວິໄລ ລັດຖະຟ້າສະຫວ່າງ ເປັນຮອງປະທານ ທັງເປັນປະທານກວດກາ ສະຫາຍ ນາງ ມະນີສາຄອນ ທໍາມະວົງໄຊ ເປັນຮອງປະທານ; ສະຫາຍ ນາງ ສິມມະນີ ແກ້ວແກ່ນ ເປັນຄະນະ, ເພື່ອມາບໍລິຫານວຽກງານຂອງສະຫະພັນແມ່ຍິງ ກະຊວງ ຖວທ.






