ກອງປະຊຸມໃຫຍ່ສະມາຊິກພັກໜ່ວຍພັກກອງຄຸ້ມພາຫະນະ ແລະ ການຂັບຂີ່ (ກຄພຂ) ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ VI ຈັດຂຶ້ນວັນທີ 9 ກັນຍາ 2024 ທີ່ກອງຄຸ້ມຄອງດັ່ງກ່າວ ໂດຍການເປັນປະທານຂອງ ສະຫາຍ ບຸນປອນ ບຸນສົມຫວັງ ເລຂາໜ່ວຍພັກ ຫົວໜ້າ ກຄພຂ ເປັນກຽດເຂົ້າຮ່ວມຂອງສະຫາຍ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຈັດຕັ້ງນະ ຄອນຫຼວງ ຄະນະໜ່ວຍພັກ ສະມາຊິກພັກ ແລະ ແຂກຖືກເຊີນ.
ສະຫາຍ ບຸນປອນ ບຸນສົມຫວັງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຄືນການນໍາພາ-ຊີ້ນໍາວຽກງານຮອບດ້ານພ້ອມທັງຍົກໃຫ້ເຫັນຜົນງານຂໍ້ບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງໜ່ວຍພັກກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ໃນ 5 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນໄດ້ຮັບດດ້ານຕັ້ງໜ້າ, ຂໍ້ຂາດຕົກບົກຜ່ອງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງ, ພ້ອມດຽວກັນນີ ກໍ່ໄດ້ຄົ້ນຄວ້າ, ການກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ໜ້າທີ່ລະອຽດແຕ່ລະດ້ານຂອງຕົນ ແຕ່ນີ້ຮອດປີ 2028 ແນໃສ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສເຂັ້ມ ແຂງໜັກແໜ້ນ ເພື່ອເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນດ້ວຍຄຸນນະ ພາບ ແລະ ປະສິດທິຜົນສູງ ໂດຍສະເພາະ ວຽກງານຄຸ້ມຄອງການຂຶ້ນທະບຽນພາຫະ ນະທັງ 3 ສາຂາຂາສາມາດຂຶ້ນທະບຽນໃໝ່ໄດ້ 245.742 ຄັນ ກວດກາເຕັກນິກໄດ້ 455.550 ຄັນ ໂອນຊື່ປ່ຽນຈັກ-ສີ 296.951 ຄັນ, ຮັບເອກະສານຍົກຍ້າຍອອກ 12.799 ຊຸດ, ຍົກຍ້າຍເຂົ້າ 8.214 ຊຸດ, ປ່ຽນ-ຕໍ່ອາຍຸ ແລະ ແຈ້ງເສຍຫາຍໄດ້ 155.352 ໃບ ສາມາດພິມໃບຂັບຂີ່ໄດ້ 242.186 ໃບ ສອບເສັງໃບຂັບຂີ່ໄດ້ 86.834 ເທື່ອຄົນ ທຽບໃສ່ສະໄໝຜ່ານມາລື່ນແຜນການເທົ່າກັບ 17 ສ່ວນຮ້ອຍ ແກ້ໄຂຄະດີກ່ຽວກັບພາຫະນະໄດ້ 4.794 ເລື່ອງ ສາມາດກັກລົດ ແລະ ມອບໃຫ້ພາສີນະຄອນ ຫຼວງ ມີລົດໃຫຍ່ 56 ຄັນ ແລະ ລົດຈັກ 9 ຄັນ ນອກນີ້ກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ກຳນົດທິດທາງຄາດໝາຍສູ້ຊົນແຕ່ນີ້ຮອດປີ2028 ເພື່ອແນໃສ່ໃຫ້ສະມາຊິກພັກພະນັກງານສຳເລັດໜ້າທີ່ການເມືອງຂອງຕົນໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ກອງປະຊຸມຄັ້ງນີ້ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງ ໝົດ 7 ສະຫາຍ ເລືອກເອົາ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະ ລຶກຂອງໜ່ວຍພັກກອງຄຸ້ມພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ຊຸດໃໝ່ ໄດ້ເປັນເອກະພາບເລືອກເອົາສະຫາຍ ບຸນປອນ ບຸນສົມຫວັງ ເປັນເລຂາໜ່ວຍພັກ, ສະຫາຍ ລຳພອນ ຈັນໂຍທາ ເປັນ ຮອງເລຂາ, ສະຫາຍ ໂອໄດ ໄຊສິດເປັນກຳມະ ການໜ່ວຍພັກ, ສະຫາຍ ນາງ ຄຳພາ ພົມມີວົງເປັນປະທານກວດກາພັກ, ສະຫາຍ ນາງ ສຸລິວັນ ຣາຊະວົງ ເປັນຮອງປະທານກວດກາພັກ.
ພ້ອມນີ້, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ສໍາຮອງຈໍານວນໜຶ່ງໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນຕື່ມອີກ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຈາກທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນ ຫຼວງວຽງຈັນ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງນີ້ໃຫ້ບັນລຸຜົນສໍາເລັດ ໂດຍສະເພາະ ຄະນະໜ່ວຍພັກຊຸດໃໝ່ ຈົ່ງສືບຕໍ່ປັບ ປຸງແກ້ໄຂວຽກງານແຕ່ລະດ້ານໃຫ້ມີຜົນສຳເລັດຍິ່ງຂຶ້ນເປັນຕົ້ນ ການບຸກທະລຸທາງດ້ານຈິນຕະນາການ ລົບລ້າງແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ ແນວຄິດເອື່ອຍອີງ ພະຍາດອາດຍາສິດ ບໍ່ພັດທະນາຕົນເອງ ເປັນເຈົ້າການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທຸກຮູບແບບ ສະມາຊິກພັກພະນັກງານທຸກຂັ້ນ ຕ້ອງເພີ່ມທະວີຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນການວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ກ້າວໄປສູ່ການສ້າງເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນເທື່ອລະກ້າວ.%
ຂຽນໂດຍ: ບຸນຍັງ ພຸດສະຫວັດ
ພາບ: ນັດເວລາ+ວຽງມາ







