ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານພະແນກ ຍທຂ ນວ ຄັ້ງທີ VII

Apr 5, 2025

ກອງປະຊຸມໃຫຍ່ຜູ້ແທນຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດ ໃນວັນທີ 3 ເມສາ 2025 ທີ່ໂຮງແຮມອາມາຣີ ໂດຍເປັນປະທານຂອງສະຫາຍ ບຸນຍະວັດ ນີຣະໄຊ ຄະນະພັກຮາກຖານຫົວ ໜ້າພະແນກ ຍທຂ ນວ ມີສະຫາຍ ພູວົງ ວົງຄໍາຊາວ ຄະນະປະຈໍາພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ສະມາຊິກພັກສົມບູນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ບຸນຍະວັດ ນີຣະໄຊ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ ສອງພາກ ພ້ອມທັງໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານ ພະແນກ ຍທຂ ນວ ໃນໄລຍະ 5 ປີຜ່ານມາ; ຄະນະພັກຮາກຖານ ພະແນກ ຍທຂ ນະຄອນຫຼວງວຽງຈັນ ແມ່ນຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງ ແລະ ຮອບດ້ານ ຈາກຄະນະພັກນະຄອນຫຼວງວຽງຈັນ ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ ອົງການປົກຄອງ ນະຄອນຫຼວງວຽງຈັນ ກະຊວງ ຍທຂ ເພື່ອນໍາພາ-ຊີ້ນໍາສະມາຊິກພັກທີ່ຂຶ້ນ. ປັດຈຸບັນ ມີສະມາຊິກພັກທັງໝົດ 244 ສະຫາຍ ຍິງ 74 ສະຫາຍ ເປັນສະມາຊິກພັກສົມ ບູນ 244 ສະຫາຍ ຍິງ 74 ສະຫາຍ ມີຄະນະພັກຮາກຖານ 9 ສະຫາຍ ເຂົ້າຮັບອຸດໜູນບຳນານ 1 ສະຫາຍ ຍົກຍ້າຍໄປຮັບໜ້າທີ່ໃໝ່ 3 ສະຫາຍ ຍັງເຫຼືອ 5 ສະຫາຍ ເຊິ່ງຖືກບົ່ງຕົວແຕ່ງຕັ້ງ 1 ສະຫາຍ ມີ 9 ໜ່ວຍພັກຂຶ້ນກັບ ສະມາຊິກ ພັກທີ່ໄດ້ຮັບບັດສະມາຊິກພັກສົມບູນທັງໝົດ 151 ສະຫາຍ ຍິງ 54 ສະຫາຍ.
ໃນໄລຍະ 5 ປີຜ່ານ ມາ ໄດ້ຈັດຕັ້ງປະຕິບັດເກັບຄ່າທໍານຽມ ຄ່າບໍລິການ ແລະ ຄ່າເອກະສານຕ່າງໆ ຂອງຂະ ແໜງການ ຍທຂ ຕາມກົດໝາຍ ແລະ ລະບຽບການ ເຂົ້າງົບປະມານໄດ້ທັງໝົດ 4.407.480.000 ກີບ ແລະ ເງິນສົ່ງເສີມວິຊາການ ໄດ້ທັງ ໝົດ 5.414.610.000 ກີບ ໄດ້ເອົາໃຈໃສ່ຕັ້ງໜ້າໃນການນໍາພາຄົ້ນຄວ້າຮໍ່າຮຽນ ທິດສະດີການເມືອງ ຄົ້ນຄວ້ານໍາສົ່ງ ສະມາຊິກພັກຜູ້ທີ່ມີມາດ ຖານເງື່ອນໄຂເຂົ້າຮຽນທິດສະດີການເມືອງບຳລຸງ 45 ວັນ ແລະ ເຊື່ອມຊຶມບັນດາເອກະສານສໍາຄັນຂອງພັກ-ຂອງຊາດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ປະຕິບັດແຜນພັດທະນາບຸກຄະລາກອນ ບຳລຸງ -ຍົກລະດັບ ແລະ ເຝິກອົບຮົມປະຈຳປີ ແລະ ເປັນເຈົ້າການຄົ້ນຄວ້າປັບປຸງພາລະບົດບາດ ປັບປຸງກົງຈັກການຈັດຕັ້ງ ກຳນົດຕຳແໜ່ງງານຂອງຂະແໜງການ ແລະ ການຂຶ້ນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ພ້ອມນີ້ຍັງໄດ້ຕິດຕາມກວດກາ ການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ ຕິດພັນກັບຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ” ການຈັດຕັ້ງປະຕິບັດປະເມີນຜົນພະນັກງານ-ລັດຖະກອນປະຈຳປີ ແລະ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ.
ໃນກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນການປ່ອນບັດເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 11 ສະ ຫາຍ ເລືອກເອົາ 9 ສະຫາຍ ໃນນີ້ເລືອກໄດ້ສະຫາຍ ບຸນຍະວັດ ນີຣະໄຊ ເປັນເລຂາຄະນະພັກຮາກຖານ ສະຫາຍ ທະ ວີໄຊ ໄຊປະເສີດ ເປັນຮອງເລຂາຄະນະພັກຮາກຖານ ສະຫາຍ ພຸດທະເສນ ສິນທະວົງ ເປັນປະຫານຄະນະກວດກາພັກ ສະຫາຍ ພິມມະສອນ ທໍາມະວົງ ແລະ ສະຫາຍ ພອນໄຊ ສຸລິຍະວົງ ເປັນປະທານຄະນະກວດກາພັກ ພ້ອມທັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ສຳຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກນະຄອນຫຼວງວຽງຈັນ.
ຂ່າວ-ພາບ : ອອນລາຍ ວສລ