ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 06 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ອະດີດເລຂາທິການໃຫ່ຍຄະນະບໍລິຫານງານ ສູນກາງພັກ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຈະດຳເນີນໄປເປັນເວລາ 3 ວັນ, ຜູ້ແທນກອງປະຊຸມໃຫຍ່ຈະໄດ້ພ້ອມກັນຄົ້ນຄວ້າພິຈາລະນາ, ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ສະບັບປັບປຸງ. ພ້ອມນີ້, ກອງປະຊຸມໃຫຍ່ຍັງຈະດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ຕະຫຼອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ກໍຄືປະຊາຊົນມອບໝາຍໃຫ້.

ໃນໂອກາດມີຄຳເຫັນໄຂກອງປະຊຸມໃຫຍ່ຢ່າງເປັນທາງການ ສະຫາຍ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຄັ້ງນີ້ ໄດ້ຈັດຂຶ້ນໃນຈຸດເວລາທີ່ໂລກຂອງພວກເຮົາ ມີການປ່ຽນແປງອັນໃຫຍ່ຫຼວງຫຼາຍດ້ານ, ໂດຍສະເພາະຄວາມກ້າວໜ້າຂອງວິທະຍາສາດ-ເຕັກໂນໂລຊີ ທີ່ກ້າວກະໂດດ ໄດ້ເປັນປັດໄຈສໍາຄັນ ຍູ້ແຮງການພັດທະນາຂອງໂລກໄປສູ່ບາດກ້າວໃໝ່, ແຕ່ພ້ອມກັນນັ້ນ ກໍເກີດສິ່ງທ້າທາຍທົດສອບໃໝ່ຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ປະເທດຂອງພວກເຮົາ, ໃນຂະນະດຽວກັນ ພັກພວກເຮົາ ຕ້ອງໄດ້ສະແຫວງຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບຈຸດພິເສດ ຂອງປະເທດ ແລະ ປັບຕົວໃຫ້ທັນກັບສະພາບການປ່ຽນແປງໃໝ່ ຂອງຍຸກສະໄໝ.
ພັກເຮົາ ທີ່ໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ 7 ທົດສະວັດແລ້ວນັ້ນ ເປັນ 7 ທົດສະວັດ ທີ່ໄດ້ຜ່ານການຝຶກຝົນ, ທົດສອບອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ໄດ້ປັບປຸງ-ກໍ່ສ້າງຕົນເອງ ໃຫ້ເຕີບໃຫຍ່ເຂັ້ມແຂງ, ສາມາດນຳພາພາລະກິດປະຕິວັດ ຍາດໄດ້ໄຊຊະນະເປັນກ້າວໆມາ, ສ້າງວິລະກຳອັນສະຫງ່າລາສີ, ໄດ້ຈາລຶກໄວ້ໃນໜ້າປະຫວັດສາດ ຂອງຊາດລາວຍຸກໃໝ່ ນັ້ນແມ່ນການເຮັດສຳເລັດພາລະກິດຕໍ່ສູ້ປົດປ່ອຍຊາດໄດ້ຢ່າງສົມບູນ, ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກຳມືຂອງປະຊາຊົນລາວ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນມາໄດ້ ແລະ ນັບແຕ່ມື້ນັ້ນມາ ພັກເຮົາໄດ້ກາຍເປັນພັກກໍາອໍານາດ ມາໄດ້ 50 ປີແລ້ວ, ພັກເຮົາຍັງມີພາລະກຳອັນໃຫຍ່ຫຼວງ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ສ້າງຄວາມສາມາດຕົວຈິງ ເພື່ອນໍາພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ.
ຕະຫຼອດໄລຍະ 70 ປີ ຂອງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກເຮົາ ໄດ້ຂໍ້ສະຫຼຸບທີ່ຢືນຢັນຢ່າງຈະແຈ້ງວ່າ ການນຳພາຂອງພັກເຮົາ ເປັນປັດໄຈພື້ນຖານສຳຄັນກວ່າໝູ່ ຕໍ່ຜົນສຳເລັດຂອງການປະຕິວັດປະເທດເຮົາ ແລະ ພັກໄດ້ສືບຕໍ່ນຳພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດສືບຕໍ່ມາ, ພັກເຮົາຍັງຕ້ອງຮັບເອົາພາລະກຳອັນໃຫຍ່ຫຼວງ ແລະ ສູງສົ່ງ ເພື່ອສ້າງບາດກ້າວເດີນສືບຕໍ່ໄປ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຕາມອຸດົມການທີ່ໄດ້ເລືອກເອົາໄວ້.

ອຸດົມການອັນບໍລິສຸດຜຸດຜ່ອງຢ່າງສະເໝີຕົ້ນສະເໝີປາຍຂອງພັກເຮົາ ຕະຫຼອດ 70 ປີນັ້ນ ຍາມໃດ ກໍຈົງຮັກພັກດີ ຕໍ່ຜົນປະໂຫຍດອັນເປັນພື້ນຖານຂອງປະຊາຊົນຊາວຜູ້ອອກແຮງງານລາວບັນດາເຜົ່າ, ພັກເຮົາບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເຮັດທຸກສິ່ງທຸກຢ່າງ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ, ເພື່ອຄວາມເປັນອິດສະຫຼະພາບ, ຄວາມຮົ່ມເຢັນເປັນສຸກ ຂອງປະຊາຊົນລາວທຸກທົ່ວໜ້າ. ນັບແຕ່ມື້ສ້າງຕັ້ງຂຶ້ນ, ພັກເຮົາໄດ້ຍຶດໝັ້ນໃນສິ່ງທີ່ພັກຢືນຢັນມາແຕ່ຫົວທີວ່າ ລັກສະນະຂອງການປະຕິວັດຢູ່ປະເທດເຮົາ ແມ່ນການປະຕິວັດຊາດ-ປະຊາທິປະໄຕ ພາຍໃຕ້ການນຳພາ ຂອງພັກຂອງຊົນຊັ້ນກຳມະກອນ ແລະ ຈຸດປະສົງສຸດທ້າຍ ບໍ່ແມ່ນຢຸດຢູ່ໃນການໄດ້ມາເຊິ່ງເອກະລາດແຫ່ງຊາດ ແລະ ຄວາມເປັນປະຊາທິປະໄຕແບບໃໝ່ເທົ່ານັ້ນ ຫາກຍັງຕ້ອງນຳພາປະເທດຊາດ ກ້າວຂຶ້ນສູ່ສັງຄົມນິຍົມ, ຈຸດໝາຍດັ່ງກ່າວ ແມ່ນເສັ້ນທາງທີ່ຕ້ອງເປັນໄປຂອງການປະຕິວັດ ຢູ່ປະເທດເຮົາ ພາຍໃຕ້ການນຳ ຂອງພັກປະຊາຊົນປະຕິວັດລາວ.
ສະຫາຍ ທອງລຸນ ສີສຸລິດ ຢັ້ງຢືນຕື່ມວ່າ: ວຽກງານຕ່າງໆຂອງກອງປະຊຸມໃຫຍ່ ກໍຄືທິດທາງ, ໜ້າທີ່ ເຫຼົ່ານັ້ນ ລ້ວນແຕ່ເປັນບັນຫາຍຸດທະສາດສໍາຄັນ ໃນການນໍາພາຂອງພັກເຮົາ ທີ່ພົວພັນເຖິງການກຳນົດຊາຕາກໍາຂອງປະເທດຊາດ ແລະ ຂອງປະຊາຊົນເຮົາ ຫວັງເປັນຢ່າງຍິ່ງວ່າບັນດາສະຫາຍຜູ້ແທນກອງປະ ຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເສີມຂະຫຍາຍ ປະຊາທິປະໄຕ ຢ່າງແຂງແຮງ, ສຸມຈິດສຸມໃຈ ແລະ ສະຕິປັນຍາ ເຂົ້າໃສ່ການຄົ້ນຄວ້າ, ຄິດຫງໍາ ແລະ ປະກອບຄວາມເຫັນເພື່ອປັບປຸງ, ບູລະນະແນວທາງ, ແຜນນະໂຍບາຍ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດກັບຄວາມເປັນຈິງ, ຕົກລົງບັນຫາຕ່າງໆ ທີ່ກອງປະຊຸມໃຫຍ່ຍົກຂຶ້ນ ດ້ວຍມານະຈິດປະຕິວັດບຸກ ເຮັດໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ບັນລຸຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການ.


