ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ແທນສົມບູນກະຊວງປ້ອງກັນປະເທດ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວວ່າ: ໃນນາມຜູ້ແທນສົມບູນຕາງໜ້າໃຫ້ບັນດາສະຫາຍຜູ້ແທນສົມບູນ ກະຊວງປ້ອງກັນປະເທດ, ຕາງໜ້າໃຫ້ຜູ້ແທນສະມາຊິກພັກໃນທົ່ວກອງທັບ ກໍຄືນາຍ ແລະ ພົນທະຫານ ມີຄວາມຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ເຂົ້າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນກອງປະຊຸມຄັ້ງປະຫວັດສາດ ທີ່ສຳຄັນໃນຊີວິດການເມືອງ ຂອງພັກປະຊາຊົນປະຕິວັດລາວ ກໍຄືຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ໂດຍໄດ້ຈັດຂຶ້ນພາຍໃຕ້ຄຳຂວັນ: “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ສຶບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນເຂັ້ມແຂງກ້າວຂຶ້ນສັງຄົມນິຍົມ”. ບັນດາເນື້ອໃນຈິດໃຈ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ຈະກາຍເປັນຈຸດປ່ຽນທີ່ສຳຄັນ ໃນການກຳນົດແນວທາງນະໂຍບາຍຂອງພັກ ໃນໄລຍະຍາວນັບແຕ່ນີ້ຮອດປີ 2055 ແລະ ໄລຍະ 5 ປີ ນັບແຕ່ນີ້ຮອດປິ 2030, ທັງໝົດນັ້ນ ຈະເປັນທວນໄຟເຍືອງທາງອັນໃສແຈ້ງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ເພື່ອປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາ ໃຫ້ຈະເລີນຮັ່ງມີ ແລະ ເຂັ້ມແຂງ.

ສະຫາຍ ພົນໂທ ວົງສອນ ອິນປານພິມ ໃຫ້ຮູ້ຕື່ມວ່າ: ພາຍຫຼັງສຳເລັດກອງປະຊຸມໃຫຍ່ ພວກຂ້າພະເຈົ້າໃນນາມຜູ້ແທນກອງປະຊຸມໃຫຍ່ ຈາກກະຊວງປ້ອງກັນປະເທດ ຈະນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ໃຫ້ແທດເໝາະກັບສະພາບຈຸດພິເສດ ແລະ ໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່, ໂດຍສະເພາະແມ່ນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ເຮັດໃຫ້ປະຊາຊົນດຳລົງຊີວິດ ແລະ ມີເງື່ອນໄຂທໍາມາຫາກິນຢ່າງສະດວກສະບາຍ, ສ້າງທຸກເງື່ອນໄຂໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ດໍາເນີນໄປຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ປະເທດຊາດມີຄວາມໜັກແໜ້ນ, ເຂັ້ມແຂງ, ສີວິໄລ ແລະ ສຸມໃສ່ປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ, ມີຄວາມຈົງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ສ້າງກອງທັບ ໃຫ້ມີຄວາມທັນສະໄໝຂຶ້ນເລື້ອຍໆ. ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ສະແດງຄວາມຂອບໃຈ, ອວຍພອນໃຫ້ການນຳພັກ-ລັດ ແລະ ຜູ້ແທນກອງປະຊຸມໃຫຍ່ຕະຫຼອດເຖິງພະນັກງານສະມາຊິກພັກໃນທົ່ວປະເທດ ເວົ້າລວມ, ສະເພາະ ໃນທົ່ວກອງທັບຈົ່ງມີສຸຂະພາບເຂັ້ມແຂງ ເພື່ອພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃຫ້ປາກົດຜົນເປັນຈິງ.


