ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງຕະໂອ້ຍ ຄັ້ງທີ XIII ໄດ້ເປີດຢ່າງເປັນທາງການ

Jan 9, 2025

ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກ ເມືອງຕະໂອ້ຍ ຄັ້ງທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 9 ມັງກອນ 2025, ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ຄໍາສະໄຫວ ວິລະກອນ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງຕະໂອ້ຍ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາການນຳຂັ້ນແຂວງ, ເມືອງ, ແຂກຖືກເຊີນ, ພ້ອມດ້ວຍຜູ້ແທນສົມບູນ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງເຂົ້າຮ່ວມ.
ສະຫາຍ ຄໍາສະໄຫວ ວິລະກອນ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງຕະໂອ້ຍກ່າວວ່າ : ຕະຫຼອດໄລຍະ 5 ປີທີ່ຜ່ານມາ ອົງຄະນະພັກເມືອງຕະໂອ້ຍພວກເຮົາ ໄດ້ອອກແຮງຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຄັ້ງທີ XII ຂອງອົງຄະນະພັກເມືອງ ກໍ່ຄືໄລຍະການສ້າງຜົນງານຂໍ່ານັບຮັບຕ້ອນ ໃຫ້ແກ່ກອງປະຊຸມໃຫ່ຍ ຄັ້ງທີ XIII ຂອງອົງຄະນະພັກເມືອງ, ເຊິ່ງພວກເຮົາໄດ້ປະເຊີນ ໜ້າກັບສິ່ງທ້າທ້າຍຕ່າງໆ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງຄະນະພັກເມືອງ ກໍ່ຄືອົງ ຄະນະພັກແຂວງ ບວກກັບຄວາມເປັນເຈົ້າການຂອງຄະນະພັກ – ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າຊາວເມືອງຕະໂອ້ຍ ເຄີຍມີມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ-ມີຄວາມບາກບັ່ນມານະອົດທົນ ແລະ ມີຄວາມສາມັກຄີປອງດອງຢ່າງແໜ້ນແຟ້ນ ຈິງສາມາດຜ່ານຜ່າອຸປະສັກ-ຂໍ້ຫຍຸ້ງຍາກດັ່ງກ່າວໄດ້ ພ້ອມກັນອອກແຮງສຸມໃສ່ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໄດ້ເປັນຢ່າງດີ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນກໍໄດ້ຫັນພະນັກງານ-ສະມາຊິກພັກ-ພະນັກງານ ຫຼັກແຫຼ່ງ ລົງກໍ່ສ້າງຮາກຖານການເມືອງ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງຕາມທິດ 3 ສ້າງ ເຂົ້າສູ່ລວງເລີກ ທີ່ໄດ້ວາງໄວ້. ພ້ອມກັນນັ້ນ, ກໍໄດ້ສໍາເລັດການປັບປຸງປົວແປງພາຍໃນພັກ ເປີດການຮໍ່າຮຽນ ເອກະສານມະຕິ-ຄຳສັ່ງຂອງພັກ, ເປີດບັ້ນດໍາເນີນຊີວິດການເມືອງຢ່າງກ້ວາງຂວາງ, ສຳເລັດການດໍາເນີນກອງປະຊຸມໃຫ່ຍ ຂອງຄະນະໜ່ວຍພັກຮາກຖານບ້ານ, ຄະນະພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນໄດ້ສໍາເລັດ 100% ໂດຍຕິດພັນກັບການເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກໃຫ້ ສະມາຊິກພັກໄດ້ເຂົ້າຮ່ວມຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ ເຂົ້າໃສ່ຮ່າງລາຍງານການເມືອງ, ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສຳຫຼວດການນໍາພາລວມຂອງອົງຄະນະພັກເມືອງ ແລະ ທາບ ທາມບຸກຄະລາກອນ ຜູ້ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານພັກເມືອງຊຸດໃໝ່ ຕາມກົດລະບຽບຂອງພັກ. ກອງປະຊຸມຄັ້ງນີ້ ຍັງຈະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ – ສັງຄົມ ແລະ ຮ່າງບົດສຳຫຼວດການນາພາລວມຂອງ ອົງຄະນະພັກເມືອງ, ພ້ອມທັງ ຈະໄດ້ຮ່ວມກັນຄົ້ນຄວ້າລົງເລິກຕີລາຄາໝາກຜົນ-ຜົນງານ, ນັບທັງດ້ານດີ, ຂໍ້ຄົງຄ້າງ ແລະ ຈະໄດ້ຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຕົວແທນຈາກຫ້ອງການແຕ່ລະຂົງເຂດອ້ອມຂ້າງເມືອງ, ຮາກຖານ, ໜ່ວຍພັກ ແລະ ຄອບຄົວຕົວແບບຈໍານວນໜຶ່ງ ຕື່ມອີກ.
ສະຫາຍຍັງໃຫ້ຮູ້ຕື່ມອີກວ່າ: ພ້ອມກັນນັ້ນບັນດາຜູ້ແທນຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່. ເພື່ອເປັນຜູ້ສືບທອດພາລະກິດຂອງ ພັກ, ເປັນຜູ້ຈັດຕັ້ງນຳພາປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XIII ຂອງອົງຄະນະພັກເມືອງໃຫ້ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ. ພ້ອມທັງປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມ ກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງສາລະວັນ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ອີກດ້ວຍ. ກອງປະຊຸມດັ່ງກ່າວຈະໄດ້ດຳເນີນເປັນເວລາ 2 ວັນຈິ່ງສຳເລັດ.
ໂດຍ: ຖວທ ເມືອງຕະໂອ້ຍ