ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງນາກາຍ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 18 ກຸມພາ 2025 ທີ່ສະໂມສອນເມືອງນາກາຍ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ບົວກາ ແກ້ວມະນີ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງນາກາຍ, ເປັນກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ມີແຂກຖືກເຊີນ ພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ນາງ ບົວກາ ແກ້ວມະນີ ໄດ້ກ່າວໄຂກອງປະຊຸມ ພ້ອມທັງຜ່ານຮ່າງລາຍງານການເມືອງ. ເຊິ່ງໃນ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງໄດ້ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ໂດຍຫັນເອົາທິດສະດີສັງຄົມນິຍົມ ກໍ່ຄືແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກເຂົ້າໝູນໃຊ້ໃນໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ລະບົບການເມືອງມີຄວາມໜັກແໜ້ນ ເຂັ້ມແຂງ, ເສດຖະກິດມີການຂະຫຍາຍຕົວ. ພ້ອມກັນນັ້ນກໍ່ໄດ້ສຸມໃສ່ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ, ລະດົມທຶນຈາກທຸກພາກສ່ວນຂອງສັງຄົມເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນ. ຜົນສໍາເລັດທີ່ກ່າວມາຂ້າງເທິງນັ້ນແມ່ນໝາກຜົນ ການນໍາພາ-ຊີ້ນຳຂອງການຈັດຕັ້ງ ພັກ-ລັດແຕ່ລະຂັ້ນ, ແບບແຜນວິທີເຮັດວຽກ, ຄວາມຕັດສິນໃຈບຸກບືນສູ້ຊົນຂອງຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ການສະໜັບສະໜູນ ແລະ ການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນຕີລາຄາເຖິງຜົນສຳເລັດການຈັດຕັ້ງແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຈະໄດ້ຄົ້ນຄວ້າເປັນເອກະພາບຕົກລົງຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2025-2029) ແລະ ຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ, ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງອົງຄະນະພັກແຂວງຄໍາມ່ວນ.





