ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນ ຄັ້ງທີ XII ໄຂຂຶ້ນຢ່າງເປັນທາງການ

Feb 19, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຊໂປນ ຄັ້ງທີ XII ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 19 ກຸມພາ 2025 ທີ່ສະໂມສອນຂອງເມືອງເຊໂປນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກ ຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ລໍາທອງ ຂອບສີລາວົງ ກຳມະການປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ໂດຍການເປັນປະທານນຳພາກອງປະຊຸມຂອງ ສະຫາຍ ພົງຄໍາຮັກ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເຊໂປນ, ມີເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກການ-ຮອງພະແນກການອ້ອມຂ້າງແຂວງ, ບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ແລະ ຜູ້ແທນສົມບູນຈຳນວນ 159 ສະຫາຍ, ຍິງ 23 ສະຫາຍ ເຂົ້າຮ່ວມ, ໃນນີ້ປະກອບມີ 05 ຊົນເຜົ່າຄື: ຊົນເຜົ່າຜູ້ໄທ 67 ສະຫາຍ, ຍິງ 15 ສະຫາຍ, ຊົນເຜົ່າລາວ 48 ສະຫາຍ, ຍິງ 07 ສະຫາຍ ຊົນເຜົ່າຕຣີ 28 ສະຫາຍ, ຊົນເຜົ່າມັງກອງ 14 ສະຫາຍ, ຍິງ 01 ສະຫາຍ ແລະ ຊົນເຜົ່າ ຕະໂອ້ຍ 02 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກເມືອງທັງໝົດ 2,308 ສະຫາຍ, ຍິງ 548 ສະຫາຍ.
ສະຫາຍ ພົງຄໍາຮັກ ບຸດທະວົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງເຊໂປນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ຕະຫຼອດການກະກຽມກອງປະຊຸມໃຫຍ່, ບັນດາສະຫາຍສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງເຊໂປນ ຕ່າງກໍ່ເປັນເຈົ້າການແຂ່ງຂັນສ້າງຜົນງານປະຕິບັດໜ້າທີ່ວິຊາສະເພາະຂອງຕົນ, ເຂົ້າຮ່ວມໃນຂະບວນການວຽກງານຕ່າງໆ ໂດຍສະເພາະແມ່ນການຍົກສູງຈິດໃຈເປັນເຈົ້າຂອງປະເທດຊາດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຢ່າງເປັນຂະບວນຟົດຟື້ນ, ດັ່ງຄຳຂວັນຂອງເມືອງເຊໂປນ ທີ່ວ່າ: ເຊໂປນແດນວິລະຊົນຄົນກ່າວຂານ ດັງກັງວານສະມໍລະພູມ 7.1.9. ແຫຼ່ງທ່ອງທ່ຽວຕາດສະແລັນແດນລືນາມ ງາມຖ້ຳປ່ອງທຳມະຊາດຕາດສະໂຄຍ.
ຈາກນັ້ນສະຫາຍ ສະຫວັນໄຊ ອາໃສ ຮອງເລຂາພັກເມືອງ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງໃນ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງເຊໂປນໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ໄດ້ 16 ຄັ້ງ ໃນນັ້ນ ກອງປະຊຸມເປີດກວ້າງ 8 ຄັ້ງ, ໄດ້ດໍາເນີນກອງປະຊຸມຄະນະປະຈໍາພັກເມືອງ ສະໄໝສາມັນ ແລະ ວິສາມັນ ໄດ້ 70 ຄັ້ງ, ໃນການດໍາເນີນບັນດາກອງປະຊຸມໄດ້ນຳເອົາບັນຫາສຳຄັນທີ່ເປັນວຽກງານຈຸດສຸມ ຂອງແຕ່ລະຂະແໜງການ, ຈຸດສຸມ, ບ້ານ-ກຸ່ມບ້ານ ມາຄົ້ນຄວ້າແກ້ໄຂດ້ວຍຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ, ຕິດພັນກັບການກວດກາການນໍາພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານຂອງຄະນະພັກ, ສະມາຊິກພັກ ແລະ ພະນັກງານ ໃນແຕ່ລະຂົງເຂດວຽກງານ; ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຄື່ອນໄຫວກຳແໜ້ນສະພາບຮອບດ້ານ ແລະ ຈັດຕັ້ງປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ສືບຕໍ່ໂຄສະນາຂົນຂວາຍ ປະຊາຊົນເຂົ້າສູ່ລວງເລິກໃນວຽກງານກອງຫຼອນບ້ານ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນສັງຄົມຢ່າງທົ່ວເຖິງ; ສຸມໃສ່ປັບປຸງຖັນແຖວກໍາລັງທະຫານ, ຕໍາຫຼວດ, ປກຊ-ປກສ ບ້ານ ໃຫ້ມີຄວາມໜັກແໜ້ນ ແລະ ກໍ່ສ້າງຮາກຖານການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ; ເຄື່ອນໄຫວຈັດຕັ້ງກໍາລັງປ້ອງກັນເວນຍາມສະຖານທີ່ສໍາຄັນ, ສົມທົບກັບກໍາລັງ ປກຊ-ປກສ ຂັ້ນແຂວງ, ກອງຮ້ອຍທະຫານຊາຍແດນ ໃນວຽກງານສະກັດກັ້ນການຄ້າ-ຂາຍເຖື່ອນຕາມບໍລິເວນຊາຍແດນລາວ-ຫວຽດນາມ ເຊິ່ງເຮັດໃຫ້ສາມາດຮັບປະກັນໄດ້ຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນ 5 ປີຜ່ານມາເມືອງເຊໂປນ ໄດ້ນໍາໃຊ້ທ່າແຮງບົ່ມຊ້ອນ ບວກກັບກຳລັງແຮງຂອງທຸກພາກສ່ວນສັງຄົມ ເຮັດໃຫ້ການພັດທະນາເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຖິງວ່າໄລຍະຜ່ານມາຈະມີຄວາມຫຍຸ້ງຍາກ ແລະ ໄດ້ຮັບຜົນກະທົບ, ດ້ານພື້ນຖານໂຄງລ່າງຫຼາຍບ່ອນບໍ່ໄດ້ຮັບການພັດທະນາ, ເສັ້ນທາງເຂົ້າຫາບ້ານຫຼາຍເສັ້ນຫຍຸ້ງຍາກ, ການນໍາໃຊ້ເຕັກນິກການຜະລິດເປັນສິນຄ້າຂອງປະຊາຊົນບໍ່ທັນສູງ, ແຕ່ຄະນະພັກ-ຄະນະນໍາທຸກຂັ້ນ ກໍ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳແກ້ໄຂສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ໃຫ້ກາຍເປັນກາລະໂອກາດໃນການປັບປຸງລະບຽບການ, ກົນໄກ, ຄຸ້ມຄອງ ແລະ ບໍລິຫານລັດ, ອໍານາດການປົກຄອງບ້ານ ເພື່ອເອື້ອອຳນວຍໃຫ້ແກ່ການປັບປຸງໂຄງລ່າງພື້ນຖານເສດຖະກິດ, ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ, ການຜະລິດເປັນສິນຄ້າ ທີ່ສາມາດເຮັດໃຫ້ເສດຖະກິດຂອງເມືອງມີທ່າຂະຫຍາຍຕົວ ແລະ ມີອັດຕາການເຕີບໂຕສະເລ່ຍໃນລະດັບ 5.34% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 3,511 ຕື້ກີບ; ຂະແໜງກະສິກໍາ ກວມເອົາ 64.91%, ຂະແໜງອຸດສາຫະກໍາ ກວມເອົາ 23.78% ແລະ ຂະແໜງການຄ້າ-ການບໍລິການ ກວມເອົາ 11.31%, ສະເລ່ຍຕໍ່ຫົວຄົນໄດ້ 18,814,012 ກີບ ຫຼືເທົ່າກັບ 826 ໂດລາ/ຄົນ/ປີ; ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 51.01 ຕື້ກີບ, ເທົ່າກັບ 151.21%, ຄຸ້ມຄອງລາຍຈ່າຍປະຕິບັດໄດ້ 14.78 ຕື້ກີບ ເທົ່າກັບ 97.32% ທຽບໃສ່ແຜນ 5 ປີ. ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສືບຕໍ່ຫັນພະນັກງານຫຼັກແຫຼ່ງລົງປະຈຳຢູ່ຈຸດສຸມ-ກຸ່ມບ້ານໄດ້ 75 ສະຫາຍ ຍິງ 11 ສະຫາຍ ເພື່ອນໍາພາສ້າງທຸກເງື່ອນໄຂ, ຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ພິເສດກໍ່ຄື ກຸ່ມບ້ານຈຽງຕູບ; ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍ ດຳລັດ 348/ລບ ມາຮອດປະຈຸບັນ ມີບ້ານພົ້ນທຸກແລ້ວ 34 ບ້ານ ກວມເອົາ 38.63%, ມີ 6,065 ຄອບຄົວ ເທົ່າກັບ 52.99% ຂອງຄອບຄົວທັງໝົດ; ສ້າງບ້ານພັດທະນາໄດ້ 8 ບ້ານ ມີ 3,535 ຄອບຄົວ.
ຈາກນັ້ນພາຍໃນກອງປະຊຸມກໍ່ຍັງໄດ້ຮັບຟັງທິດທາງແຜນການຄາດໝາຍສູ້ຊົນ ແລະ ໜ້າທີ່ໃນການນໍາພາຊີ້ນໍາ ຂອງອົງຄະນະພັກເມືອງເຊໂປນ ໃນ 05 ປີຕໍ່ໜ້າ (2025-2029). ພ້ອມນີ້ໃນກອງປະຊຸມກໍໄດ້ຮັບຟັງການປະກອບຄໍາເຫັນຈາກຕາງໜ້າຂົງເຂດ ປກຊ-ປກສ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ, ຕາງໜ້າໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ, ຄອບຄົວຕົວແບບການປະສົມປະສານ ແລະ ການປະກອບຄໍາຄິດຄໍາເຫັນການນໍາເມືອງນອງ. ເຊິ່ງກອງປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 1 ວັນເຄິ່ງຈຶ່ງຈະສຳເລັດ.