ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຜາໄຊ ແຂວງຊຽງຂວາງ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 24 ມີນາ 2025, ທີ່ສະໂມສອນ ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ບຸນມາ ສຸຍະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຜາໄຊ. ມີ ສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງແຂວງຊຽງຂວາງ, ພ້ອມດ້ວຍຜູ້ແທນສົມບູນ 94 ສະຫາຍ ຍີງ 4 ສະຫາຍ ແລະແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ຕີລາຄາຍົກໃຫ້ເຫັນຜົນງານທີ່ອົງຄະນະພັກເມືອງຍາດມາໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດບັນດາມະຕິ ແລະກຳນົດວິທີການແກ້ໄຂໃນຕໍ່ໜ້າ.
ພ້ອມນັ້ນ ຈະໄດ້ປະກອບຄຳເຫັນ ແລະພິຈາລະນາຮັບຮອງ ເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ທີ່ວາງໄວ້ໃຫ້ສຳເລັດຜົນ ແລະຈະໄດ້ຄັດເລືອກເອົາຜູ້ແທນສົມບູນ ຕາງໜ້າອົງຄະນະພັກເມືອງຜາໄຊ ໄປຮ່ວມກອງປະຊຸມໃຫ່ຍຜູ້ແທນຄັ້ງທີ IX ຂອງອົງຄະນະພັກແຂວງຊຽງຂວາງ ຕື່ມອີກ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຜາໄຊ ຄັ້ງທີ VI ຈະດຳເນີນເປັນເວລາ 2 ວັນ ພາຍໃຕ້ຄໍາຂວັນ “ສຸມທຸກກໍາລັງແຮງສ້າງເມືອງຜາໄຊ ໃຫ້ມີຄວາມສະຫງົບໂດຍພື້ນຖານ ບໍລິການທ່ອງທ່ຽວ ກະສິກຳສີຂຽວ ສາມັກຄີໜຶ່ງດຽວ ປະຊາຊົນບັນດາເຜົ່າ” ເຊີ່ງຮ່າງລາຍງານການເມືອງ ຍົກໃຫ້ເຫັນຜົນສໍາເລັດ ຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ VIII ຂອງອົງຄະນະພັກແຂວງ ແລະມະຕິ V ຂອງອົງຄະນະພັກເມືອງ ແຕ່ປີ 2020-2024, ຜ່ານການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ບົດບາດການນໍາພາຂອງພັກ ແລະຄວາມເຊື່ອໝັ້ນ ຂອງປະຊາຊົນຕໍ່ພັກ ໄດ້ຮັບການເຊີດຊູຂຶ້ນຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ, ພື້ນຖານເສດຖະ ກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍຈັງຫວະສະເລ່ຍ 6% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 11ລ້ານ 7ແສນ ກີບຄົນປີ, ທຽບໃສ່ແຜນ 5 ປີ ລື່ນຄາດໝາຍ 1ລ້ານ270ພັນ ກີບຕໍ່ຄົນຕໍ່ປີ ແລະ ອື່ນໆ.
ພາບ-ຂ່າວ: ຄຸດ ຄົນທໍາມະດາ+ສອນດາວັນ





