ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ ນວ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວບຜູ້ແທນສົມບູນ-ສໍາຮອງ, ນັກປະຕິວັດອາວຸໂສບຳນານ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ນັກຮຽນຮູ້ປັນຍາຊົນ ແລະ ແຂກຮັບເຊີນ.

ໃນພິທີ ສະຫາຍ ອານຸພາບ ຕຸນາລົມ ມີຄຳເຫັນໄຂກອງປະຊຸມມີເນື້ອໃນບາງຕອນວ່າ: ໃນຊຸມປີຜ່ານມາ ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ຊາວນະຄະຄອນຫຼວງວຽງຈັນ ໄດ້ອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ສ້າງຂະບວນການດ້ານຕ່າງໆຢ່າງຟົດຟື້ນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ, ຜົນສໍາເລັດທີ່ຍາດມາໄດ້ ແມ່ນມີຄວາມໝາຍສໍາຄັນ ໄດ້ເຮັດໃຫ້ນະຄອນຫຼວງມີການປ່ຽນແປງ ແລະ ພັດທະນາດ້ານຕ່າງໆເດັ່ນຊັດຂຶ້ນ, ນະຄອນຫຼວງວຽງຈັນ ສາມາດຮັກສາໄດ້ສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ.

ກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຊອກເຫັນຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ໃນ 5 ປີຜ່ານມາ, ພ້ອມກັນກຳນົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານ ເພື່ອເສີມສ້າງການປົກປັກຮັກສາ ແລະ ພັດທະນານະຄອນຫຼວງວຽງຈັນ ນັບແຕ່ນີ້ຮອດປີ 2030.
ກອງປະຊຸມໃຫຍ່ຍັງຈະໄດ້ປະຕິບັດໜ້າທີ່ອັນສໍາຄັນ ໃນການເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ຊຸດທີ VIII ເພື່ອສືບຕໍ່ນໍພາ-ຊີ້ນໍາ ນະຄອນຫຼວງວຽງຈັນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍຜົນງານ ແລະ ໄຊຊະນະທີ່ໃຫຍ່ຫຼວງກວ່າເກົ່າ. ກອງປະຊຸມໃຫຍ່ຍັງຈະໄດ້ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສຳຮອງ ທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກນະຄອນຫຼວງວຽງຈັນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກຕື່ມອີກ.

ພິເສດ ກອງປະຊຸມໃຫຍ່ ຍັງຈະໄດ້ຮັບກຽດຟັງການໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເພື່ອເປັນທິດຊີ້ນໍາອັນສໍາຄັນໃຫ້ແກ່ອົງຄະນະພັກ ນວ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະສົບຜົນສຳເລັດຕາມວິໃສທັດ ແລະ ຄາດໜາຍທີ່ວາງໄວ້ທຸກປະການ.
ຂ່າວ-ພາບ : ວສລ


