ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

Sep 9, 2025

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ເປີດຂຶ້ນຢ່າງເປັນທາງການໃນວັນທີ 9 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ) ເປັນກຽດເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
May be an image of 1 person and text that says 'อัม 100 1'
ທ່ານນາງ ອາລີ ວົງໜໍ່ບຸນທໍາ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງ ແລະ ຮັບຮອງເອົາການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃນໄລຍະ 2021-2025. ພ້ອມນັ້ນ, ຍັງໄດ້ປະກອບຄໍາເຫັນ ແລະ ຮັບຮອງເອົາແຜນພັດທະນາແມ່ຍິງລາວ 5 ປີ ໄລຍະ 2026-2030 ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ກໍຄືຂອງສະຫະພັນແມ່ຍິງໃນໄລຍະໃໝ່, ແນໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X, 3 ແຜນດໍາເນີນງານແຫ່ງຊາດກ່ຽວກັບຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ; ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງຂອງສະຫະພັນແມ່ຍິງລາວ ສະໄໝທີ IX, ເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ແລະ ບົດສໍາຫຼວດການນຳພາລວມຂອງຄະນະບໍລິຫານງານ ສສຍລ ສະໄໝທີ VIII. ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງການນຳຈາກຄະນະໂຄສະນາອົບຮົມສູນກາງພັກ, ອົງການພາຄີ, ແຂວງ, ຕາງໜ້າຄະນະສະຫະພັນແມ່ຍິງແຂວງ ແລະ ຕົວແບບການພັດທະນາຈໍານວນໜຶ່ງ. ພ້ອມທັງຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX. ກອງປະຊຸມໃຫຍ່ຄັ້ງນີ້ສຸດທີ່ມີຄວາມສໍາຄັນ ສໍາລັບສະຫະພັນແມ່ຍິງລາວໃນການສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ, ການກໍານົດເປົ້າໝາຍໃນການສຶກສາອົບຮົມສະມາຊິກສະຫະພັນແມ່ຍິງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສີວິໄລທາງດ້ານຈິດໃຈ, ເປັນພົນລະເມືອງດີ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີຄວາມເອື້ອເຟື້ອເຜື່ອແຜ່, ອະນຸລັກ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງແມ່ຍິງລາວບັນດາເຜົ່າ ສ້າງໃຫ້ແມ່ຍິງລາວມີວິທະຍາສາດທັນສະໄໝ ເປັນແມ່ຍິງລາວໃໝ່ ແລະ ພັດທະນາແມ່ຍິງລາວບັນດາເຜົ່າໃຫ້ໄດ້ຮັບການພັດທະນາຮອບດ້ານ, ມີຄວາມກ້າວໜ້າ, ມີຄວາມສະເໝີພາບຍິງ-ຊາຍ ສາມາດເຮັດໜ້າທີ່ເປັນຕົວແທນປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກໃນຄອບຄົວ ແລະ ສັງຄົມ.
May be an image of 1 person, table, dais and text
ທ່ານນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສສຍລ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານ ໃນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ-ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງລວມ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030). ຮັບຟັງແຜນພັດທະນາແມ່ຍິງລາວໄລຍະ 5 ປີ (2026-2030).
ຂ່າວ-ພາບ: ບຸນອູ້ມ