ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກເມືອງ ພູວົງ

Feb 20, 2025

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ພູວົງ ແຂວງ ອັດຕະປື ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ກຸມພາ 2025 ນີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອັດຕະປື, ມີບັນດາສະຫາຍຄະນະປະຈຳພັກແຂວງ, ຄະນະນຳກ່ຽວຂ້ອງຂັ້ນແຂວງ, ຄະນະນຳອົງຄະນະພັກເມືອງ ພ້ອມດ້ວຍ ແຂກທີ່ຖືກເຊີນ ແລະ ບັນດາສະຫາຍຜູ້ແທນສົມບູນຈໍານວນ 124 ສະຫາຍ, ຍິງ 19 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວເມືອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກເມືອງ ພູວົງ ຄັ້ງນີ້ ເປັນກອງປະຊຸມສຸດທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ ເຊິ່ງຜ່ານກອງປະຊຸມໃຫຍ່ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາຂອງຄະນະພັກເມືອງພູວົງ ໃນໃນຕະຫຼອດໄລຍະສະ ໄໝທີ VI ໄດ້ຮັບການເຊີດຊູສູງຂຶ້ນ.
ໃນວາລະການດໍາເນີນກອງປະຊຸມໃຫຍ່ ສະຫາຍ ສຸລິຈັນ ໂຊກຄຳຈັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ພູວົງ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ເຊິ່ງໃນບາງຕອນໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ VI ຈະໄດ້ພ້ອມກັນຄົ້ນຄວ້າສັງເກດຕີລາຄາ ແລະ ຮັບຮອງເອົາຮ່າງລາຍງານການເມືອງ, ສະຫຼູບສັງລວມຕີລາຄາໝາກຜົນການຊີ້ນຳໆພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ພູວົງ ຕະຫຼອດໄລຍະ 5 ປີ ຜ່ານມາ ພ້ອມທັງຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ບົນພື້ນຖານນັ້ນ ຈະໄດ້ພ້ອມກັນກຳນົດບັນດາຄາດໝາຍສູ້ຊົນ, ທິດທາງໜ້າທີ່, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029) ດັ່ງນັ້ນ ຂໍຮຽກຮ້ອງມາຍັງແຂກທີ່ມີກຽດ ແລະ ຜູ້ແທນກອງປະຊຸມທຸກທົ່ວໜ້າ ຈົ່ງພ້ອມກັນສຸມທຸກສະຕິປັນຍາຄົ້ນຄວ້າປະກອບຄຳຄິດ-ຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການຂອງຄະນະບໍລິຫານງານພັກເມືອງວາງອອກໃນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ຄົບຖ້ວນ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຍັງໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານອົງຄະນະພັກເມືອງຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງ ສະຫາຍ ປະທານ ກອງປະຊຸມໃຫຍ່ ເພື່ອເປັນເຂັມຊີ້ທິດ, ເປັນແສງສະຫວ່າງເຍືອງທາງໃຫ້ຄະນະບໍລິຫານງານພັກເມືອງພູວົງຊຸດໃໝ່, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ປະຊາຊົນບັນດາເຜົ່າ ແລະ ບັນດາຊັ້ນຄົນຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ, ປົກປັກຮັກສາ ແລະ ພັດທະນາເມືອງ ພູວົງ ໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ.
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກເມືອວພູວົງ ໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.
ທີ່ມາ: ຂ່າວສານອອນລາຍ ອັດຕະປື