ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25-26 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍລິຄໍາໄຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາແຂກຖືກເຊີນຈາກສູນກາງ, ຕາງໜ້າຄະນະລິຫານງານພັກນະ ຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງໄຊສົມບຸນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ, ພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ສອນທະນູ ທໍາມະວົງ ໄດ້ກ່າວໄຂກອງປະຊຸມໃຫຍ່ຢ່າງເປັນທາງການວ່າ: ການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ບໍລິຄຳໄຊ ສະໄໝທີ VIII ເປັນເຫດການ-ການເມືອງທີ່ສໍາຄັນອີກຄັ້ງໜຶ່ງ ໃນຂະບວນວິວັດການຈັດຕັ້ງປະຕິບັດແນວທາງ-ນະໂຍບາຍຂອງພັກ ໃນການປັບປຸງກໍສ້າງພັກຕາມ 5 ຫລັກການ 3 ທິດນໍາ ທີ່ພັກວາງອອກ ແລະ ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ຕະຫລອດໄລຍະຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ; ທັງເປັນການສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດທີ່ພັກວາງອອກ ໃຫ້ປະກົດຜົນເປັນຈິງ. ກອງປະຊຸມໃຫຍ່ໃນຄັ້ງນີ້, ຈະໄດ້ພ້ອມກັນສັງເກດຕີລາຄາຄືນຜົນສໍາເລັດ ການຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ໃນໄລຍະ 5 ປີທີ່ຜ່ານມາ ໂດຍສະຫລຸບສັງຮວມ, ຖອດຖອນບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າຕົກລົງເປັນເອກະພາບຮັບຮອງເອົາທິດທາງໜ້າທີ່, ວຽກງານຈຸດສຸມ ໃນສະເພາະໜ້າ (ປີ2025-2030) ຊຶ່ງເປັນໄລຍະແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X(2026-2030) ໄປຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງປະຖົມປັດໄຈນຳພາປະເທດເຮົາ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ໃນປີ 2026, ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງຕັ້ງຕາແສງ ແລະ ບ້ານ ເປັນຫົວໜ່ວຍພັດທະນາ ໄດ້ເຮັດໃຫ້ທົ່ວແຂວງມີ ເມືອງພົ້ນທຸກ 5 ເມືອງ, ຍັງບໍ່ພົ້ນທຸກ 2 ເມືອງ, ເມືອງເຂັ້ມແຂງຮອບດ້ານ 1 ເມືອງ, ບ້ານພົ້ນທຸກ ກວມ 93,66%, ຄອບຄົວພົ້ນທຸກ ກວມເອົາ 97,31%, ຄອບຄົວທຸກຍາກ-ອະນາຖາ ກວມ 2,69%; ບ້ານພັດທະນາ ກວມ 80,63%; ຄອບຄົວພັດທະນາ ກວມ 91,04%, ຄອບຄົວຍັງບໍ່ທັນບັນລຸພັດທະນາ 8,96% ແລະ ວຽກງານ 3 ສ້າງ ຄື: ບ້ານໃຫຍ່ທີ່ເປັນຕົວເມືອງນ້ອຍໃນຊົນນະບົດ 4 ບ້ານ; ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ບັນລຸໄດ້ 7 ດ້ານ ສະເລ່ຍໃນ 60 ຕົວຊີ້ບອກ ບັນລຸໄດ້ 90.90%; ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ຕາມ 5 ດ້ານ, 47 ຕົວຊີ້ບອກ. ໃນນີ້: ເມືອງບັນລຸ 4 ດ້ານ ສຳເລັດ 5 ເມືອງ, ບັນລຸ 3 ດ້ານ ມີ 1 ເມືອງ, ບັນລຸ 2 ດ້ານ 1 ເມືອງ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ, 30 ຕົວຊີ້ບອກ ບັນລຸ 82,39%, ໄດ້ປັບປຸງຈາກ 8 ຕໍາແໜ່ງງານມາເປັນ 5 ໜ່ວຍງານສໍາເລັດ 100% ສ້າງບ້ານພັດທະນາ 4 ດ້ານໄດ້ 234 ບ້ານ ກວມເອົາ 82,39% ຂອງຈໍານວນບ້ານທັງໝົົດໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິງ “ສ້າງແຂວງ ໃຫ້ເປັນປະຕູເສດຖະກິດ, ແຫລ່ງຜະລິດພະລັງງານ, ບໍລິການທາງຜ່ານ ແລະ ຄຸ້ມຄອງສິ່ງແວດລ້ອມໃຫ້ມີຄວາມຍືນຍົງ” ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ ຢູ່ໃນລະດັບ 5,1% ທຽບໃສ່ແຜນການ ແມ່ນລື່ນຄາດໝາຍ 0,1%, ລວມຍອດຜະລິດຕະພັນພາຍໃນ (GPP) ບັນລຸ 15.249 ຕື້ກີບ, ລາຍຮັບສະເລ່ຍ 44 ລ້ານກວ່າກີບ ຫລື 1.923 ໂດລາ/ຄົນ/ປີ, ໂຄງປະກອບເສດຖະກິດ: ກະສິກໍາ ກວມ 35%, ອຸດສາຫະກໍາ-ກໍ່ສ້າງ ກວມ 44% ແລະ ບໍລິການ ກວມ 21%, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໄດ້ໂດຍພື້ນຖານ.

ໃນກອງປະຊຸມ, ບັນດາຜູ້ແທນກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນດ້ວຍການເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມສະຕິປັນຍາຄົ້ນຄວ້າ, ຄິດຫງຳ ແລະ ປະກອບຄຳຄິດ-ຄຳເຫັນຢ່າງເລິກເຊິ່ງ, ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນຂອງກອງປະຊຸມ ແລະ ບັນດາສະຫາຍຜູ້ແທນສົມບູນຍັງ ຈະໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງບໍລິຄໍາໄຊຊຸດໃໝ່ ເພື່ອສືບຕໍ່ນຳພາປະຊາຊົນບັນດາເຜົ່າ ປະຕິບັດແນວທາງການເມືອງຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ຕອນທ້າຍກອງປະຊຸມ ຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ ເຊິ່ງຈະເປັນເຂັມຊີ້ທິດເຍືອງທາງໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ປະຊາຊົນຊາວແຂວງບໍລິຄໍາໄຊ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຕໍ່ການພັດທະນາແຂວງ ໃຫ້ມີການຫັນປ່ຽນໃໝ່ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້.
ຂ່າວ-ພາບ: ອ່າຍຄຳ


