ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານ ພະແນກ ຖວທ ນວ ຄັ້ງທີ IV ໄຂຂຶ້ນຢ່າງເປັນທາງການ

Apr 3, 2025

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ໄຂຂຶ້ນໃນວັນທີ 3 ເມສາ 2025 ທີ່ໂຮງແຮມຄຣາວພລາຊາ ນວ ໂດຍການເປັນປະທານຂອງສະຫາຍ ນາງ ວຽງພອນ ແກ້ວຄູນສີ ຄະນະພັກ ນວ ເລຂາຄະນະ ພັກຮາກຖານ ພະແນກ ຖວທ ນວ ກອງປະຊຸມຄັ້ງນີ້ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນວ ພ້ອມດ້ວຍຄະນະພັກພະແນກ ເລຂາໜ່ວຍພັກອ້ອມຂ້າງ ຮອງຫົວໜ້າພະແນກ ແຂກຖືກເຊີນ ແລະ ສະຫາຍສະມາຊິກພັກ ພາຍໃນພະແນກ ຖວທ ນວ ເຂົ້າຮ່ວມ.
ຕາມວາລະກອງປະຊຸມ ພາຍຫຼັງກ່າວໄຂກອງປະຊຸມຢ່າງເປັນທາງການ ຈະໄດ້ຮັບຟັງ ການຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຈາກສະຫາຍ ນາງ ວຽງພອນ ແກ້ວຄູນສີ ຄະນະພັກ ນວ ເລຂາຄະນະພັກຮາກຖານ ພະແນກ ຖວທ ນວ
ຜ່ານຮ່າງບົດສະຫຼຸບແຜນພັດທະນາ 5 ປີ ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ ຈາກສະຫາຍຮອງ ເລຂາຄະນະພັກຮາກຖານ ພ້ອມບົດປະກອບເຫັນຈາກສະຫາຍເລຂາ ໜ່ວຍພັກ ຂອງຂົງເຂດຕ່າງໆ ທີ່ຂຶ້ນກັບ ແລະ ຮັບຝັງຜ່ານບົດສຳຫຼວດການນຳພາລວມ ຜ່ານຮ່າງມາດຖານຜູ້ສະໝັກຮັບເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ ແລະ ສະຫາຍສະມາຊິກພັກ ຈະໄດ້ພ້ອມປ່ອນບັດເລືອກເອົາຄະນະບໍລິຫານງານຊຸດໃໝ່
ພິເສດ ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການໂອ້ລົມ ຊີ້ທິດເຍື່ອງທາງ ຈາກສະຫາຍ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກ ນວ ຕໍ່ກອງປະຊຸມ.
ສ່ວນລາຍລະອຽດຂອງກອງປະຊຸມຄັ້ງນີ້ ທ່ານສາມາດຕາມທາງໜ້າໜັງສືພິມວຽງຈັນໃໝ່ ແລະ ເພສ ຂອງວຽງຈັນ ໃນໂອກາດຕໍ່ໄປ.
ທີ່ມາ: ວຽງຈັນໃໝ່