ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ກະຊວງພາຍໃນ ຄັ້ງທີ 3 ໄດ້ຈັດຂຶ້ນໃນວັນທີ 27 ກັນຍານີ້ ໂດຍການເປັນປະທານຂອງທ່ານນາງ ຄໍາພູນ ແກ້ວສະຫວັນ ປະທານສະຫະພັນແມ່ຍິງກະຊວງພາຍໃນ, ໃຫ້ກຽດເຂົ້າຮ່ວມມີທ່ານນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກ ຮອງລັດຖະມົນຕີກະຊວງພາຍໃນ ແລະ ທ່ານນາງ ສິຣິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີຄະນະພັກກະຊວງ, ເລຂາໜ່ວຍພັກ, ຕາງໜ້າອົງການມະຫາຊົນກະຊວງ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກແມ່ຍິງກະຊວງພາຍໃນເຂົ້າຮ່ວມ.

ທ່ານ ນາງ ຄໍາພູນ ແກ້ວສະຫວັນ ປະທານສະຫະພັນແມ່ຍິງກະຊວງພາຍໃນ ມີຄຳເຫັນວ່າ ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ກະຊວງພາຍໃນ ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜີຍ ໃນທ່າມກາງບັນຍາກາດຂອງທົ່ວພັກ, ທົ່ວລັດ, ທົ່ວກອງທັນ-ກໍາລັງປ້ອງກັນຄວາມສະຫງົບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນສະເຫຼີມສະຫຼອງຕໍ່ຜົນສໍາເລັດ ກອງປະຊຸມອາຊຽນ ແລະ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 69 ປີ, ພ້ອມກັນນີ້ກໍພວມຂຸ້ນຂ້ຽວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 9 ໃຫ້ປະກົດຜົນເປັນຈິງ ແລະ ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງພາຍໃນ.
ໂອກາດນີ້ທ່ານນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ ຄະນະປະຈໍາພັກ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນວ່າ: ຄະນະພັກ-ຄະນະນໍາກະຊວງພາຍໃນ ຍາມໃດກໍໃຫ້ຄວາມສໍາຄັນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງມະຫາຊົນ ໂດຍສະເພາະອົງການຈັດຕັ້ງສະຫະພັນແມ່ຍິງ ກໍຄືເອື້ອຍນ້ອງແມ່ຍິງກະຊວງພາຍໃນ ໃຫ້ໄດ້ຮັບການສຶກສາອົບຮົມບໍາລຸງສ້າງ ແລະ ເຄື່ອນໄຫວວຽກງານຂອງຕົນ ບົນພື້ນຖານການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ, ຂອງພັກ, ຂອງແມ່ຍີງລາວ. ພ້ອມນີ້ ກໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງພາຍໃນ ສະໄໝທີ 2 ແລະ ຜົນງານ ທີ່ສະມາຊິກສະຫະພັນແມ່ຍີງ ໄດ້ພ້ອມກັນ ສຸມທຸກກໍາລັງແຮງກາຍ, ແຮງໃຈ ພ້ອມສະຕິປັນຍາ ແລະ ເສຍສະຫຼະ ສິດຜົນປະໂຫຍດສ່ວນຕົວ, ຄອບຄົວ ດໍາເນີນການເຄື່ອນໄຫວວຽກງານແມ່ຍີງ ປະສົບເລັດຜົນສໍາເລັດຕາມແຜນການທີ່ວາງໄວ້, ເຊິ່ງການເລືອກຕັ້ງເອົາ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງພາຍໃນ ຊຸດໃໝ່ ສະມາຊິກແມ່ຍິງ ທຸກຄົນຄວນເອົາໃຈໃສ່ ຄົ້ນຄວ້າ ແລະ ເລືອກເອົາ ຜູ້ມີມາດຕະຖານ ເງື່ອນໄຂ ເຂົ້າເປັນຄະນະບໍລິຫານງານສະຫະພັນແມ່ຍິງ, ຮັກສາໄດ້ສະມາຊິກຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ແລະ ເລືອກເອົາ ບຸກຄົນ ທີ່ມີຄວາມຮູ້, ຄວາມສາມາດໃນວຽກງານແມ່ຍິງ ແລະ ສາມາດເປັນຕົວແທນ ສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ ສະມາຊິກ ກໍຄືເອື້ອຍນ້ອງແມ່ຍິງ, ພະນັກງານ-ລັດຖະກອນເພດຍີງໄດ້, ເລືອກເອົາຜູ້ທີ່ມີ ພອນສະຫວັນ, ມີຄວາມສະດວກ ແລະ ມັກຮັກວຽກງານແມ່ຍິງ.
ໃນກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ກະຊວງພາຍໃນ ຄັ້ງທີ 3 ໄດ້ຮັບຟັງບົດລາຍງານການເມືອງ, ບົດສະຫລຸບວຽກງານພັດທະນາແມ່ຍິງ, ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານຊຸດ ເກົ່າ, ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານສໍາຫຼວດ ວັດແທກ ແລະ ແຜນທີ່, ບົດຮຽນການດໍາເນີນການຈົດທະບຽນການເກີດ ຂອງເດັກນ້ອຍແບບບໍ່ເສຍຄ່າ. ນອກຈາກນີ້ ກອງປະຊຸມຍັງໄດ້ເລືອກເອົາຄະນະບໍລິຫານງາຍສະຫະພັນແມ່ຍິງກະຊວງພາຍໃນຊຸດ ໃໝ່ໂດຍໄດ້ເຫັນດີເປັນເອກະພາບເລືອກເອົາ : ສະຫາຍ ນາງ ແພງພັນ ດວງປະຊາ ເປັນປະທານ
ສະຫາຍນາງ ສຸດໃຈ ສິດທິວົງ ເປັນຮອງປະທານແລະສະຫາຍ ນາງ ປາລິດາ ອິນທະວົງ ເປັນຮອງປະທານ ທັງເປັນປະທານກວດກາ.






