ກອງປະຊຸມໃຫຍ່ແນວລາວສ້າງຊາດ ເມືອງນາຊາຍທອງ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂັວນ “ ເພິ່ມທະວີຄວາມສາມັກຄີປອງດອງບັນດາເຜົ່າ, ຕັ້ງໜ້າປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັບປຸງອົງການແນວລາວສ້າງຊາດ ຕິດພັນກັບວຽກງານ 3 ສ້າງ ” ໂດຍການເປັນປະທານຂອງ ທ່ານ ສາຄອນ ໃສສະອາດ ປະທານແນວລາວສ້າງຊາດ ເມືອງນາຊາຍທອງ, ເປັນກຽດເຂົ້າຮ່ວມມີ ທ່ານ ຖະໜອມ ທຳທອງ ກຳມະການປະຈຳພັກ, ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ທ່ານ ສຸລິວັນ ພົມມະຫາໄຊ ເຈົ້າເມືອງນາຊາຍທອງ, ມີຄະນະນຳຕາງໜ້າຈາກບັນດາຫ້ອງການອ້ອມຂ້າງເມືອງ, ຄະນະກຳມະການແນວລາວສ້າງຊາດເມືອງນາຊາຍທອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ເຊິ່ງຕີລາຄາຄືນຜົນງານໃນການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການແນວລາວສ້າງຊາດເມືອງ ແຕ່ປີ 2021-2025 ເຊັ່ນ: ວຽກງານເຕົ້າໂຮມຄວາມສາມັກຄີປອງດອງ, ວຽກງານການປຸກລະດົມປະຊາຊົນເຂົ້າຮ່ວມຂະບວນການຕ່າງໆ ຂອງພັກ-ລັດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ເກັບກຳຫາງສຽງຂອງສັງຄົມ, ວຽກງານການທູດປະຊາຊົນ ເຊິ່ງໄດ້ສະແດງໃຫ້ເຫັນວ່າໃນໄລຍະຜ່ານມາ ຄະນະກຳມະການແນວລາວສ້າງຊາດເມືອງໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງແນວລາວສ້າງຊາດເມືອງ ເປັນຕົ້ນແມ່ນ 4 ແຜນງານ 6 ໂຄງການ 10 ກິດຈະກໍາ ເຊິ່ງໄດ້ຈັດຕັ້ງປະຕິບັດສໍາເລັດ 6 ໂຄງການ ແລະ ກອງປະຊຸມຍັງໄດ້ຍົກໃຫ້ເຫັນດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຮັບຮອງເອົາແຜນພັດທະນາຂອງແນວລາວສ້າງຊາດເມືອງ ປີ 2025-2029 ມີ 3 ແຜນງານ ແລະ 14 ໂຄງການ. ກອງປະຊຸມໃຫຍ່ ໄດ້ແຕ່ງຕັ້ງຄະນະກໍາມະການແນວລາວສ້າງຊາດ ເມືອງຊຸດໃໝ່ ເຊິ່ງປະກອບມີ 45 ທ່ານ, ແຕ່ງຕັ້ງທ່ານ ສາຄອນ ໃສສະອາດ ເປັນປະທານ, ແຕ່ງຕັ້ງຮອງປະທານ 2 ທ່ານ,ຄະນະປະຈຳ 3 ທ່ານ ແລະ ຮອງປະທານທີ່ບໍ່ປະຈຳການ 2 ທ່ານ.ພ້ອມກັນນັ້ນ, ຜູ້ແທນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ບັນດາຜົນງານ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ຕື່ມອີກ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ແລະ ທ່ານ ເຈົ້າເມືອງນາຊາຍທອງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງຄະນະກຳມະການແນວລາວສ້າງຊາດເມືອງ ຊຸດເກົ່າ ແລະ ໄດ້ເນັ້ນຕໍ່ກອງປະຊຸມຕື່ມວ່າ ໃຫ້ຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາຄົ້ນຄວ້າບັນດານິຕິກຳທີ່ກ່ຽວຂ້ອງກັບວຽກງານແນວໂຮມ ເປັນຕົ້ນແມ່ນມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່, ດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເພື່ອສາມາດກຳແໜ້ນ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານ; ເພິ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນໃນທົ່ວເມືອງ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຍົກສູງວຽກງານຕິດຕາມກວດກາ, ເກັບກຳຫາງສຽງສັງຄົມ ແລະ ເສິມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ; ປັບປຸງກົນໄກປະສານງານ ແລະ ແບບແຜນວິທີເຮັດວຽກໃຫ້ມີລັກສະນະວິທະຍາສາດ ເພື່ອຮ່ວມກັນຈັດຕັ້ງປະຕິບັດວຽກງານຂອງແນວລາວສ້າງຊາດ ໃຫ້ມີຄວາມເຂັ້ມແຂງ, ມີຜົນສຳເລັດ ແລະຊ່ວຍກັນແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.
ຂ່າວ+ພາບ: ເຢ
ບກ: ອຸດອນ





