ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ ຄັ້ງທີ III ໜ່ວຍພັກຮາກຖານພະແນກການຕ່າງປະເທດ ນວ

Feb 4, 2025

ກອງປະຊຸມໃຫຍ່ ຄັ້ງທີ III ສະມາຊິກພັກຂອງໜ່ວຍພັກຮາກຖານພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 4 ກຸມພາ 2025 ທີ່ຫ້ອງປະຊຸມຫ້ອງວ່າການ ນວ ເປັນປະທານຂອງສະຫາຍ ວົງໄຊ ພົມມີໄຊ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກການຕ່າງປະເທດ ນວ ມີສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງ ນວ ສະຫາຍ ຄຳມາ ແສງມີໄຊ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງ ນວ ຕາງໜ້າກະຊວງການຕ່າງປະເທດ ຄະນະພົວພັນຕ່າງປະເທດສູນກາງພັກ ບັນດາເລຂາຮອງເລຂາໜ່ວຍພັກອ້ອມຂ້າງ ຄະນະໜ່ວຍພັກ ອະດີດເລຂາຮອງເລຂາໜ່ວຍພັກຮາກຖານ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ວົງໄຊ ພົມມີໄຊ ໄດ້ຂຶ້ນຜ່ານບົດລາຍງ່ນການເມືອງທັງສອງພາກ ໂດຍຍົກໃຫ້ເຫັນຜົນງານການເຄື່ອນໄຫວ ດ້ານດີ ດ້ານອ່ອນ ຂໍ້ຄົກຄ້າງ ແລະ ບົດຮອດຖອນຖອນໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II (2019-2024) ໃນ 5 ປີຜ່ານມາໜ່ວຍພັກໄດ້ເອົາໃຈໃສ່ເຮັດວຽກງານແນວຄິດ-ການເມືອງໃຫ້ສະມາຊິກພັກ ແລະ ພະນັກງານພາຍໃນພະແນກ ປັບປຸງການຈັດຕັ້ງ ຍົກລະດັບຄວາມຮູ້ໃຫ້ພະນັກງານ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານພິທີການຂອງ ນວ ໃນການຮັບໃຊ້ຕິດຕາມຄະນະຜູ້ແທນຂັ້ນສູງ ນວ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນວ ບັນດາສະຖານທູດ ອົງການຜູ້ຕາງໜ້າ ແລະ ແຂກຕ່າງປະເທດທີ່ສະເໜີຂໍເຂົ້າຢ້ຽມຄຳນັບການນໍາ ນວ 142 ຄັ້ງ 981 ເທື່ອຄົນ ມີ 1.146 ເທື່ອຄົນ ນອກນັ້ນຍັງໄດ້ຊ່ວຍດ້ານພິທີການໃນງານສຳຄັນ ວັນບຸນປະເພນີສຳຄັນ ພິທີການຕ່າງໆຢ່າງເປັນປົກກະຕິ ລວມທັງໝົດ 691 ຄັ້ງ ສະເພາະຮັບແຂກຕ່າງປະທດ 97 ຄັ້ງ ເປັນໃຈກາງປະສານງານພົວພັນ ແລະ ຮ່ວມມືກັບຕ່າງປະເທດໃຫ້ຄະນະພັກ ອົງການປົກຄອງ ນວ ແລະ ເມືອງ ມາຮອດປັດຈຸບັນ ນວ ໄດ້ພົວພັນຮ່ວມມືກັບ 19 ປະເທດ 74 ນະຄອນ/ແຂວງ ແລະ 7 ເມືອງ ໃນນັ້ນໄດ້ມີການລົງນາມສ້າງເປັນນະຄອນມິດຕະພາບນຳກັນແລ້ວ 15 ນະຄອນ/ແຂວງ (8 ນະຄອນຫຼວງ 3 ນະຄອນ ແລະ 4 ແຂວງ) ໃນນີ້ຫວຽດນາມມີນະຄອນຫຼວງຮ່າໂນ້ຍ ນະຄອນໂຮ່ຈີມິນ ແລະ ແຂວງແຄງຮວາ ສປ ຈີນ ມີນະຄອນຫຼວງປັກກິ່ງ ແຂວງກວາງຕຸ້ງ ແຂວງຫູໜານ ແລະ ນະຄອນຄຸນໝິງ ລັດເຊຍ ມີອົງຄະນະພັກກອມມູນິດສະຫະພັນລັດເຊຍ ປະຈໍານະຄອນຫຼວງມົດສະກູ ສປປ ເກົາຫຼີ ມີນະຄອນຫຼວງພຽງຍາງ ຣາຊະອານາຈັກກຳປູເຈຍ ມີນະຄອນຫຼວງພະນົມເປັນ ປະເທດຢີ່ປຸ່ນ ມີນະຄອນກຽວໂຕ ສ ເກົາຫຼີ ມີນະຄອນຫຼວງເຊອູນ ຣາຊະອານາຈັກໄທ ມີນະຄອນຫຼວງບາງກອກ ແລະ ຈັງຫວັດຂອນແກ່ນ ປະເທດຮົງກາລີ ມີນະຄອນຫຼວງບູດາເປດ.
ສະຫາຍ ວຽງສະໄໝ ສະເຫຼີມສຸກ ຮອງເລຂາໜ່ວຍພັກຮາກຖານຮອງຫົວໜ້າພະແນກການຕ່າງປະ ເທດ ນວ ໄດ້ຂຶ້ນຜ່ານຮ່າງແຜນພັດທະນາຂະແໜງການ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າຕໍ່ກອງປະຊຸມ ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານການຕ່າງປະເທດໂດຍຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງ ນວ ມາເປັນແຜນງານ ແລະ ໂຄງການສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານໄດ້ປະສານງານພິທີການຕ້ອນ ຮັບຄະນະຜູ້ແທນຕ່າງ ປະເທດມາຢ້ຽມຢາມ ນວ ເປັນໃຈກາງປະສານງານກັບຕ່າງປະເທດໃຫ້ການນໍາ ນວ ແລະ ເມືອງ ຍາດແຍ່ງເອົາການຊ່ວຍເຫຼືອຈາກຕ່າງປະເທດໄດ້ຫຼາຍໂຄງການເປັນຕົ້ນບັນດານະຄອນເພື່ອນມິດຍຸດທະສາດ ແລະ 5 ປີຕໍ່ໜ້າ (2025-2029) ສືບຕໍ່ຍົກສູງປະສານງານກັບກັບຕ່າງປະເທດໃນການເປັນເສນາທິການໃຫ້ການນໍາ ນວ ແລກປ່ຽນບົດຮຽນວຽກງານຕ່າງປະເທດກັບພະແນກຕ່າງປະເທດກັບບັນດານະຄອນ ແລະ ແຂວງຂອງບັນດາປະເທດເພື່ອນມິດ ເກັບກຳຂໍ້ມູນຊາຍແດນເພື່ອລາຍງານໃຫ້ກະຊວງການຕ່າງປະເທດ ແລະ ການ ນໍາ ນວ ເພີ່ມທະວີການຄຸ້ມຄອງໂຄງການຮ່ວມມືກັບຕ່າງປະເທດ ທີ່ເປັນອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານທີ່ເຄື່ອນໄຫວຢູ່ ນວ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ມີຜູ້ລົງສະໝັກ 5 ສະຫາຍ ເລືອກເອົາ 3 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາສະຫາຍ ວົງໄຊ ພົມມີໄຊ ເປັນເລຂາໜ່ວຍພັກ ສະຫາຍ ນາງ ດາລາວັນ ແກ້ວນະຄອນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຈັນສຸກ ພົມເມືອງ ເປັນຄະນະໜ່ວຍພັກ ປະທານກວດກາໜ່ວຍພັກ ກອງປະຊຸມໄດ້ບ່ອນບັດເລືອກຕັ້ງເອົາຜູ້ແທນສົມ ບູນ 2 ສະຫາຍ ແລະ ສຳຮອງ 1 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກ ນວ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຂອງສະຫາຍ ອາດສະພັງທອງ ສີພັນດອນ ເບື້ອງຕົ້ນໄດ້ຍ້ອງຍໍຊົມເຊີມຜົນງານທີ່ຜ່ານມາ ເຊິ່ງເຮັດໃຫ້ວຽກງານການຕ່າງປະເທດມີບາດກ້າວໃໝ່ ມີການພົວພັນຮ່ວມມືກັບສາກົນຢ່າງຕັ້ງໜ້າ ແລະ ຂະຫຍາຍຕົວເຕີບໃຫຍ່ເຂົ້າສູ່ລວງເລິກ ສ້າງໄດ້ເພື່ອນມິດຫລາຍປະເທດທີ່ເຮັດໃຫ້ການປະສານງານຮ່ວມມືທຸກວຽກງານ ທີ່ສອດຫ້ອຍໃນທົ່ວຂົງເຂດຂອງ ນວ ບັນລຸຜົນຢ່າງມີປະສິດທິພາບໃນໂອກາດນີ້ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ ສືບຕໍ່ເອົາໃຈໃສ່ໃນການຊີ້ນຳ-ນຳພາວຽກງານການຕ່າງປະ ເທດມີການເຕີບໃຫຍ່ຂະຫຍາຍຕົວ ມີຄວາມເຂັ້ມແຂງດ້ານການເມືອງ -ແນວຄິດ ເຮັດໃຫ້ສະມາຊິກມີຄວາມເຊື່ອໝັ້ນຕໍ່ແນວທາງ-ນະໂຍບາຍຂອງພັກຢ່າງໜັກແໜ້ນ ສ້າງແບບແຜນນຳພາໃນການດຳເນີນວຽກງານໃຫ້ມີຄວາມສາມັກຄີກົມກຽວ ຮ່ວມກັນເຮັດວຽກໃຫ້ມີຜົນສຳເລັດເປັນກ້າວໆ ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດໃຫ້ນັບມື້ນັບຫຼາຍ ຍາດແຍ່ງເອົາການຮ່ວມມືການຊ່ວຍເຫຼືອເຂົ້າມາ ເພື່ອພັດທະນາເສດຖະກິດ-ສັງຄົມ ຕີຖອຍບັນຫາຫຍໍ້ທໍ້ທີມີໃນສັງຄົມໃຫ້ໝົດໄປ ເຮັດໃຫ້ ນວ ມີຄວາມຮຸ່ງເຮືອງສີວິໄລ ແລະ ຫຼຸດພົ້ນຈາກຄວາມດ້ອຍພັດທະນາ.
ທີ່ມາ: ວຽງຈັນໃໝ່