ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ

Dec 25, 2025

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກຮາກຖານວິທະຍຸກະຈາຍສຽງແຫ່ງຊາດລາວ ຫຼື ວສລ ພາຍໃຕ້ຄໍາຂວັນ “ສ້າງບຸກຄະລາກອນໃໝ່, ຫັນສູ່ເຕັກນິກທັນສະໄໝ, ເນື້ອໃນແຫຼມຄົມວອ່ງໄວ, ປັບປຸງກົນໄກບໍລິຫານ, ຂະຫຍາຍການຮ່ວມມື” ຈັດຂຶ້ນໃນທີ 24 ທັນວາ 2025 ທີ່ສະໂມສອນຄະນະໂຄສະນາອົບຮົມສູນກາງພັກ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສິມມະນີ ແກ້ວແກ່ນ ເລຂາຄະນະພັກຮາກຖານ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂດຍເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຜູ້ຕາງໜ້າໜ່ວຍພັກຕ່າງໆທີ່ຂຶ້ນກັບ ຄອສພ ແລະ ສະມາຊິກພັກສົມບູນ 61 ສະຫາຍ ຍິງ 30 ສະຫາຍ.
May be an image of one or more people and text
ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານ ວສລ ໃນ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານ ວສລ, ໄດ້ຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານ ວສລ, ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີ ຜ່ານມາ 2021-2025. ຮັບຮອງເອົາແຜນວຽກຈຸດສຸມ 5 ແຜນງານ 37 ໂຄງການໃນ 5 ປີຕໍ່ໜ້າ 2026-2030.
ຜູ້ແທນກອງປະຊຸມໃຫຍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ວສລ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ໂດຍມີຜູ້ຮັບສະໝັກ 7 ສະຫາຍ, ຍິງ 2 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ, ຍິງ 1 ສະຫາຍ ເພື່ອສືບຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າປະກອບມີ:
1. ສະຫາຍ ວຽງວັດທະນາ ຊະນະພານ
2. ສະຫາຍ ປອງໄຕ ຈະເລີນສຸກ
3. ສະຫາຍ ສຸວັນ ຄູນດາລາ
4. ສະຫາຍນາງ ວິຈິດສະຫວັນ ຈັນເທຣີ
5. ສະຫາຍ ຈັນທະວອນ ຄໍາພິລາວົງ
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາເລຂາ, ຮອງເລຂາ ແລະ ປະທານກວດກາ ຄື: ສະຫາຍ ວຽງວັດທະນາ ຊະນະພານ ເປັນເລຂາຄະນະພັກຮາກຖານ ວສລ, ສະຫາຍ ປອງໄຕ ຈະເລີນສຸກ ເປັນຮອງເລຂາ, ສະຫາຍ ສຸວັນ ຄູນດາລາ ກຳມະການ ເປັນປະທານກວດກາ.
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຄະນະພັກຮາກຖານ ວສລ ຍັງໄດ້ຮັບຟັງຄໍາໂອ້ລົມ ຈາກສະຫາຍຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກຊຸດເກົ່າ ທີ່ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນີ້ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ໃຫ້ທິດຊີ້ນຳ ຄະນະພັກຮາກຖານ ວສລຊຸດໃໝ່ ສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.
May be an image of text May be an image of text
May be an image of dais and text May be an image of text