ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ດຳເນີນ 02 ວັນ ພາຍໄຕ້ການເປັນປະທານຂອງ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີຖືກເຊີນທີ່ມາຈາກສູນກາງ ແລະ ຕາງໜ້າຄະນະລິຫານງານພັກນະຄອນຫລວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫລອດໄລຍະ 05 ປີ ຜ່ານມາ; ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຜູ້ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານ ລ້ວນແຕ່ສະແດງເຖິງຄວາມເປັນ ເອກະພາບຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງ ຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ ໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ. ບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ ແລະ ໄດ້ມີຜົນສໍາເລັດຫລາຍ ດ້ານຢ່າງສະຫງ່າງາມ.

ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ສະໝັກຮັບເລືອກຕັ້ງ ທັງໝົດ 40 ສະຫາຍ (ຍິງ 05 ສະຫາຍ), ເລືອກໄດ້ 35 ສະຫາຍ (ຍິງ 04 ສະຫາຍ).
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ສະໄໝທີ VIII ໄດ້ເປັນເອກະສັນຢ່າງສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 11 ສະຫາຍ.
ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ສອນທະນູ ທຳມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ;
2. ສະຫາຍ ຄຳແຫວນ ປັນຍານຸວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ;
3. ສະຫາຍ ເລື່ອນວິໄລ ຈັນທະລາພັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,
ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ພັນໂທ ສົມສົດ ແສງອາພອນ, ເປັນປະທານກວດກາພັກແຂວງ,
2. ສະຫາຍ ຄໍາຕັນ ສີສົມຈິດ, ເປັນຮອງປະທານກວດກາ;
3. ສະຫາຍ ສົມພຽນ ສອນພາ, ເປັນຮອງປະທານກວດກາ;
4. ສະຫາຍ ຄໍາໃສ ຄໍາພູບານ, ເປັນຮອງປະທານກວດກາ;
5. ສະຫາຍ ທະນູວັນ ວົງມະນີ, ເປັນຮອງປະທານກວດກາ.

ພ້ອມນີ້, ກອງປະຊຸມຍັງໄດ້ ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນຈຳນວນ 24 ສະຫາຍ ແລະ ສຳຮອງ 04 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.
ສະຫາຍນາງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາ ເຜົ່າໃນທົ່ວແຂວງ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫລາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະ ພາບພາຍໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງບໍລິຄໍາໄຊໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.


