ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະມາຊິກພັກສົມບູນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ 12 ດ້ວຍຄວາມຮັບຜິດຊອບສູງ.
ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 7 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລ ຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໄດ້ຮັບຟັງການລາຍງານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຫລັງຈາກນັ້ນ, ສະຫາຍ ເລຂາທິ ການໃຫຍ່ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຂຶ້ນກ່າວລາໜ້າທີ່ ແລະ ໄດ້ມອບໃຫ້ຜູ້ແທນກອງປະຊຸມດຳເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XII ຢ່າງເປັນທາງການ. ພ້ອມນັ້ນ, ຕາງໜ້າອະນຸກຳມະການກົດລະບຽບພັກ ແລະ ບຸກຄະລາກອນ ໄດ້ສະເໜີມາດ ຖານເງື່ອນໄຂ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ແລະ ໄດ້ສະເໜີລາຍຊື່ ຂອງຜູ້ລົງສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XII ພ້ອມທັງໄດ້ແບ່ງໜ່ວຍຄົ້ນ ຄວ້າຢ່າງລະອຽດ, ຈະແຈ້ງ ເພື່ອເຮັດໃຫ້ປະຫວັດຂອງຜູ້ລົງສະໝັກເລືອກຕັ້ງ ແຕ່ລະສະຫາຍ ມີຄວາມຈະແຈ້ງ ແລະ ຊັດເຈນ ເພື່ອເລືອກໃຫ້ໄດ້ເປົ້າໝາຍ, ຜູ້ມີເງື່ອນໄຂຄົບຖ້ວນທີ່ສຸດ ເຂົ້າໃນຄະນະບໍລິ ຫານງານຊຸດໃໝ່. ຫຼັງຈາກນັ້ນຜູ້ແທນກອງປະຊຸມ ຈີ່ງໄດ້ຍົກສູງຄວາມຮັບຜິດຊອບຂອງຕົນປ່ອນບັດເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ 12 ແລະ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
ສັງລວມແລ້ວ, ການດຳເນີນກອງປະຊຸມໃນມື້ທີສອງນີ້ ເປັນກອງປະຊຸມທີ່ສະແດງເຖິງຄວາມຮັບ ຜິດຊອບຂອງຜູ້ແທນສົມບູນ ໃນການເລືອກເອົາຄະນະບໍລິຫານງານຊຸດໃໝ່ທີ່ເໝາະສົມ ເຂົ້າມາຄຸ້ມຄອງບໍລິຫານປະເທດໃນ 5 ປີຕໍ່ໜ້າ.


