ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ຄັ້ງທີ XII

Apr 1, 2025

ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ຄັ້ງທີ XII
ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 31 ມີນາ 2025, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ຫຼັກ 5, ນະ ຄອນຫລວງວຽງຈັນ ໂດຍມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ; ສະຫາຍ ທອງສະຫວັນ ພົມວິຫານ, ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະມາຊິກແມ່ຍິງພາຍໃນກະຊວງ ການຕ່າງປະເທດ ເຂົ້າຮ່ວມ.
ສະຫາຍ ນ. ໄກມະນີ ອໍລະບູນ ໄດ້ຜ່ານບົດລາຍງານການ ເມືອງ ແລະ ບົດສໍາຫຼວດການນໍາພາລວມຂອງ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະໄໝທີ XI ໃນໄລຍະ 05 ປີຜ່ານມາ, ຊຶ່ງໄດ້ສັງເກດຕີລາຄາຢ່າງເລິກເຊິ່ງ ແລະ ຄົບ ຖ້ວນຕໍ່ການນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະ ເທດ ໂດຍໄດ້ຕັ້ງໜ້າເອົາໃຈໃສ່ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ຂອງຕົນໃນຄັ້ງກ່ອນ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະ ເທດ, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງ ທີ VIII, ລວມທັງ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ VIII ໄລຍະ 2021-2025.
ພ້ອມທັງການປະຕິບັດຂໍ້ແຂ່ງຂັນ 3 ດີ ໂດຍຕິດພັນກັບຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍຄື ຕິດພັນກັບວຽກງານວິຊາສະເພາະຂອງກະຊວງ ເພື່ອຫັນເຂົ້າສູ່ຂະບວນການເຄື່ອນໄຫວຕົວຈິງ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ເຊິ່ງໄດ້ຮັບຜົນສໍາເລັດຢ່າງຈົບງາມໃນຫຼາຍດ້ານ, ເປັນຕົ້ນແມ່ນ: ວຽກ ງານສຶກສາອົບຮົມການເມືອງ-ແນວຄິດ; ວຽກງານປັບປຸງ ແລະ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍິງ; ວຽກງານກໍ່ສ້າງພະນັກ ງານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງ; ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ-ເດັກນ້ອຍ; ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ອື່ນໆ.
ພ້ອມກັນນີ້, ກອງປະຊຸມ ຍັງໄດ້ວາງທິດທາງ ແລະ ຄາດໝາຍສູ້ຊົນການເຄື່ອນ ໄຫວວຽກງານ ຂອງສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ໃນໄລຍະ 05 ປີ (2026-2030) ຕື່ມອີກ.
ກອງປະຊຸມຍັງປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດຊຸດໃໝ່ ຈໍານວນ 13 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດຊຸດໃໝ່ ໄດ້ເລືອກເອົາ:
1) ສາຫາຍ ນາງ ໄກມະນີ ອໍລະບຸນ ເປັນປະທານ.
2) ສະຫາຍ ນາງ ແສງດາວັນ ວົງໄຊ ເປັນຮອງປະທານ ຜູ້ທີ 1.
3) ສະຫາຍ ນາງ ຂັນມາລາ ພັນດານຸວົງ ເປັນຮອງປະທານ ຜູ້ທີ 2.
4) ສະຫຍ ນາງ ວິທະຍາ ໄຊຍະວົງ ເປັນຮອງປະທານ ຜູ້ທີ 3, ທັງເປັນປະທານກວດກາ.
ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດເຍືອງທາງ ແລະ ເປັນການຊີ້ນໍາທີ່ເຕັມໄປດ້ວຍເນື້ອ ໃນອັນມີຄຸນຄ່າເລິກເຊິ່ງ ແລະ ມີຄວາມໝາຍສໍາຄັນ, ໂດຍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ຍົກສູງຄວາມສາມາດໃນການນໍາພາ-ຊີ້ນຳ ສະມາ ຊິກແມ່ຍິງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ; ຖືສໍາຄັນການສຶກສາອົບຮົມດ້ານການເມືອງ-ແນວຄິດຂອງຖັນແຖວເອື້ອຍນ້ອງແມ່ຍິງ, ຕ້ອງກໍາແໜ້ນ ແລະ ເຊື່ອມຊຶມແນວທາງນະໂຍ ບາຍຂອງພັກຢ່າງເລິກເຊິ່ງ; ປັບປຸງການຈັດ ຕັ້ງສະຫະພັນ ແມ່ຍິງ ໃຫ້ນັບມື້ນັບເຂັ້ມແຂງ ແລະ ອື່ນໆ.
ຂ່າວ : ບັນລັງທອງ
ພາບ : ຕາລີເຊ່ຍ