ກອງປະຊຸມໜ່ວຍງານຊ່ຽວຊານດ້ານການພັດທະນາເຄື່ອງປ່າຂອງດົງ ອາຊຽນ ຄັ້ງທີ 28.

ໃນວັນທີ 04 ຫາ 05 ສິງຫາ 2025 ທີ່ ຫ້ອງປະຊຸມໂຮງແຮມສຸພັດຕາຫຼວງພະບາງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍກົມປ່າໄມ້ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານຊ່ຽວຊານ ດ້ານການພັດທະນາເຄື່ອງປ່າຂອງດົງ ອາຊຽນ ຄັ້ງທີ 28 ຫຼື (The 28th ASEAN Working Group on Forest Products Development) ເຊິ່ງໃນພິທີເປີດໄດ້ຮັບກຽດຈາກ ທ່ານ ບຸນມີ ສະຫວັດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ໃຫ້ການກ່າວຕ້ອນຮັບບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມພັດທະນາ, ຈາກນັ້ນ ທ່ານ ປອ ທຸມທອນ ວົງວິສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮ່ວມກັບຜູ້ແທນຈາກປະເທດມາເລເຊຍ ແລະ ອິນໂດເນເຊຍ ຮ່ວມເປັນປະທານດຳເນີນກອງປະຊຸມ.
ຈຸດປະສົງຂອງກອງປະຊຸມເພື່ອທົບທວນຄວາມຄືບໜ້າ ກ່ຽວກັບການຄ້າຜະລິດຕະພັນປ່າໄມ້, ການຮັບຮອງໄມ້ຖືກກົດໝາຍ ແລະ ມາດຕະການພາຍໃນປະເທດສະມາຊິກອາຊຽນ ໃນທີ່ປະຊຸມຜູ້ແທນຂອງແຕ່ລະປະເທດ ໄດ້ລາຍຄວາມຄືບໜ້າຂອງຕົວຊີ້ວັດສຳລັບການຮັບຮອງປ່າໄມ້, ການປັບປຸງແນວທາງການຕິດຕາມຕ່ອງໂສ້ການຄວມຄຸມໄມ້, ການຄ້າຜະລິດຕະພັນຈາກປ່າໄມ້, ກອງປະຊຸມຄັ້ງນີ້ມີບົດບາດສຳຄັນໃນການສ້າງຄວາມຮ່ວມມືໃນປະເດັນທີ່ສຳຄັນເຊັ່ນ: ການຄ້າຢ່າງຖືກຕ້ອງແບບຍືນຍົງ, ການຮັບຮອງປ່າປູກ ແລະ ການຄຸ້ມຄອງປ່າໄມ້ຊຸມຊົນເພື່ອໃຫ້ເກີດເປັນແບບຢ່າງໃນການສົ່ງເສີມຄວາມຍືນຍົງ ແລະ ການຮັບຮອງດ້ານສິ່ງແວດລ້ອມໃນປະເທດສະມາຊິກອາຊຽນ.





