ໃນລະຫວ່າງວັນທີ 17-18 ມີນາ 2025 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮ່ວມກັບ ກົມແຜນການ ແລະ ການຮ່ວມມື, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມການຈັດຕັ້ງປະຕິບັດ ບົດແນະນໍານະໂຍບາຍ ກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາ ແລະ ການເຊື່ອມໂຍງເຂົ້າໃນການເງິນສີຂຽວ ຂຶ້ນ, ທີ່ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ນາງ ຊິບເລັງ ຊູອັອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ, ທ່ານ ມາກ ກໍເລັກເກີ ເອກອັກຄະລັດຖະທູດສຳນັກງານຜູ້ຕາງໜ້າ ສະຫະພາບເອີຣົບ ປະຈໍາລາວ, ຊຶ່ງພາກສ່ວນລັດຖະບານ, ຄູ່ຮ່ວມພັດທະນາ, ພາກທຸລະກິດ, ກຸ່ມຊາວກະສິກອນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອເປີດຕົວ ບົດແນະນໍານະໂຍບາຍກ່ຽວກັບການຫັນປ່ຽນໄປສູ່ນິເວດກະສິກໍາໃນອາຊຽນ ຢ່າງເປັນທາງການ; ອໍານວຍຄວາມສະດວກໃຫ້ແກ່ການສົນທະນາປຶກສາຫາລື ຂອງບັນດາຜູ້ກໍານົດນະໂຍບາຍ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ; ສົ່ງເສີມວິທີການສະເພາະດ້ານ/ແທດ ເໝາະກັບທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດການເຮັດກະສິກໍາແບບຍືນຍົງໃນທົ່ວພາກພື້ນອາຊຽນ; ເສີມຂະຫຍາຍກົນໄກການຮ່ວມມືລະດັບພາກພື້ນ ເພື່ອແກ້ໄຂບັນຫາຂ້າມພົມແດນ ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ; ການສ້າງຄວາມເຂັ້ມແຂງໃຫ້ບັນດາຈຸດປະສານງານຂອງ LICA ໃນປະເທດສະມາຊິກອາຊຽນ ເພື່ອນໍາພາໃນການຈັດຕັ້ງປະຕິບັດວຽກງານ.
ໃນທີ່ປະຊຸມ ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ບົດແນະນຳແນວທາງນະໂຍບາຍດ້ານການຫັນປ່ຽນໄປສູ່ນິເວດກະສິກຳໃນອາຊຽນ. ບົດແນະນໍາສະບັບນີ້ ຖືວ່າເປັນຂີດໝາຍອັນສໍາຄັນ ທີ່ສະແດງໃຫ້ເຫັນຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການກ້າວໄປສູ່ການເຮັດກະສິກຳແບບຍືນຍົງ ແລະ ລະບົບສະບຽງອາຫານທີ່ທົນທານຕໍ່ການປ່ຽນແປງຕ່າງໆ ໃນທົ່ວພາກພື້ນອາຊຽນ. ບົດແນະນໍາດັ່ງກ່າວປະກອບດ້ວຍ 30 ຄໍາແນະນໍາ ສໍາລັບການຫັນປ່ຽນທີ່ນອນໃນ 7 ພາກຫຼັກ ຄື: (1) ການວາງແຜນສຳລັບການຫັນປ່ຽນໄປສູ່ນິ ເວດກະສິກຳ (4 ຄຳແນະນຳ), (2) ການເຮັດວຽກກັບຊາວກະສິກອນ (4 ຄຳແນະນຳ), (3) ການສົ່ງເສີມການຫັນປ່ຽນໃນທົ່ວຕ່ອງໂສ້ມູນຄ່າກະສິກຳ (6 ຄຳແນະນຳ), (4) ການສ້າງຄວາມອາດສາມາດ ແລະ ການແບ່ງປັນຄວາມຮູ້ (4 ຄຳແນະນຳ), (5) ການມີສ່ວນຮ່ວມຫຼາຍຝ່າຍ (4 ຄຳແນະນຳ), (6) ການສ້າງວາລະການຄົ້ນຄວ້າເພື່ອການນິເວດກະ ສິກຳ (5 ຄໍາແນະນໍາ) ແລະ (7) ການສະໜອງທຶນໃຫ້ແກ່ການຫັນປ່ຽນໄປສູ່ນິເວດກະສິກຳ (3 ຄຳແນະນຳ).
ກອງປະຊຸມໃນນີ້ ໄດ້ສ້າງກາລະໂອກາດ-ເປັນເວທີສຳຄັນ ໃນການສົ່ງເສີມວຽກງານກະສິກໍາໃຫ້ມີຄວາມຍືນຍົງໂດຍການຊຸກຍູ້ສົ່ງເສີມການສົນທະນາ ລະຫວ່າງ ບັນດາຜູ້ກຳນົດນະໂຍບາຍ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ກຸ່ມຊາວກະສິກອນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາກພື້ນ. ໝາກຜົນຈາກການສົນທະນາກັນຂອງພວກເຮົາໃນມື້ນີ້, ມັນຈະຊ່ວຍໃຫ້ພວກເຮົາ ສາມາດພັດທະນາບັນດາວິທີການຕ່າງໆ ສຳລັບການຫັນປ່ຽນໄປສູ່ນິເວດກະສິກຳ, ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການເງິນ ຫຼື ການເຂົ້າເຖີິງແຫຼ່ງທຶນ ແລະ ກຳນົດເຂດການລົງທຶນສີຂຽວທີ່ເປັນບູລິມະສິດ ເພື່ອມາຊ່ວຍຊາວກະສິກອນ ແລະ ຜູ້ຜະລິດກະສິກຳ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມທິດສີຂຽວຍືນຍົງ.
ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ







