ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ການລົງເຄື່ອນໄຫວພົບປະໂອ້ລົມຂອງປະທານສະພາປະຊາຊົນແຂວງ ແລະ ຕິດພັນກັບການມອບເຄື່ອງຊ່ວຍເຫຼືອໃຫ້ເມືອງຕະໂອ້ຍ

Feb 12, 2025

ໃນຕອນເຊົ້າຂອງວັນທີ 11 ກຸມພາ 2025, ຄະນະສະມາຊິກສະພາປະຊາຊົນ ແຂວງສາລະວັນ ປະຈໍາເຂດເລືອກຕັ້ງເມືອງຕະໂອ້ຍໄດ້ຈັດກອງປະຊຸມ ພົບປະໂອ້ລົມປະທານສະພາປະຊາຊົນແຂວງ ຕິດພັນກັບການມອບເຄື່ອງຊ່ວຍເຫຼືອໃຫ້ເມືອງຕະໂອ້ຍ. ນໍາທີມໂດຍແມ່ນທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ເປັນກຽດຕ້ອນຮັບຂອງທ່ານ ຄໍາສະໄຫວ ວິລະກອນ ເລຂາພັກເມືອງ, ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໂອກາດດຽວກັນນີ້, ທ່ານ ສີເຮັງ ຫອມສົມບັດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ເມືອງຕະໂອ້ຍສໍາເລັດດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຕະໂອ້ຍ ສະໄໝທີ XIII ດ້ວຍໝາກຜົນສໍາເລັດອັນຈົບງາມ ພ້ອມທັງຮຽກຮ້ອງໃຫ້ອົງຄະນະພັກແຕ່ລະສະຫາຍ, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເຊື່ອມຊຶມກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ – ລັດ, ບັນດາຂໍ້ກໍານົດກົດລະບຽບຂອງພັກ – ລັດ ວ່າງອອກຢ່າງເຂັ້ມງວດ. ພ້ອມພາກັນເຮັດສໍາເລັດວຽກງານຮອບດ້ານຂອງເມືອງຕະໂອ້ຍໃຫ້ມີໝາກຜົນໃຫຍ່ຫຼວງກວ່າເກົ່າ. ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ອັນຕົ້ນຕໍແມ່ນ: ພັດທະນາພື້ນຖານໂຄງລ່າງການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍ, ພັດທະນາລະບົບການເງິນ – ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ ເຂັ້ມແຂງ, ມີສິນຄ້າບໍລິໂພກ – ອຸປະໂພກພຽງພໍ ຕອບສະໜອງການດໍາລົງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເຊີດຊູຄວາມເປັນເຈົ້າການຜະລິດສິນຄ້າດ້ວຍຕົນເອງຕາມທ່າແຮງບົ່ມຊ້ອນຂອງເຂົາເຈົ້າ ໂດຍບໍ່ເພິ່ງພາຈາກພາຍນອກຢ່າງດຽວ ກ້າວສູ່ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍຕ່ອງໂສ້ໃນລະບົບການຜະລິດທັງພາຍໃນ ແລະ ຕ່າງປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງເມືອງ ໂດຍນໍາໃຊ້ເຕັກນິກວິຊາການທີ່ມີຄວາມຊໍານານງານ ແລະ ຊ່ຽວຊານ. ເຮັດໃຫ້ເມືອງຕະໂອ້ຍຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ສ້າງແຫຼ່ງລາຍຮັບໃໝ່ໃຫ້ຫຼາຍ, ຂຸດຄົ້ນແຫຼ່ງລາຍຮັບຈາກບ່ອນ ທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມສະຖານະການຕົວຈິງໃນແຕ່ລະໄລຍະ. ກະກຽມບຸກຄະລາກອນ ແລະ ຈຸດສະຖານທີ່ ການສ້າງຕັ້ງຕາແສງຢູ່ຂັ້ນຮາກຖານໃຫ້ຄວາມລະອຽດ,ຊັດເຈນ ແລະ ຢ່າງຈະແຈ້ງ, ເກີດດອກອອກຜົນໃນການພັດທະນາໃນຕໍ່ໜ້າ. ສົ່ງເສີມພັດທະນາວຽກງານການສຶກສາໃຫ້ລູກ,ຫຼານ ພັດທະນາທັກສະຂອງເຂົາເຈົ້າໃຫ້ມີຄວາມຮູ້ ຄວາມສາມາດ, ຄວາມນຶກຄິດ, ສະຕິປັນຍາດ້ານຕ່າງໆຂອງເດັກນ້ອຍເຍົາວະຊົນໃຫ້ນັບມື້ເຕີບໃຫຍຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ.
ຈາກນັ້ນ ປະທານສະພາປະຊາຊົນແຂວງສາລະວັນກໍໄດ້ມອບເຄື່ອງນຸ່ງຫົ່ມ, ບານເຕະ, ກະຕໍ້ຫວາຍ, ບິກ, ສໍ, ປຶ້ມ ແລະ ລົດຖີບຈໍານວນ 9 ຄັນ ໃຫ້ເມືອງ ແລະອົງການປົກຄອງເມືອງມອບຕໍ່ໃຫ້ ແກ່ໂຮງຮຽນຊັ້ນປະຖົມໄດ້ແກ່: ໂຮງຮຽນປະຖົມ ຮູກະໂຢ, ໂຮງຮຽນປະຖົມ ປະດຸ, ໂຮງຮຽນປະຖົມ ພໍ່ເຊັນ, ໂຮງຮຽນປະຖົມ ໂບງນໍ້າ, ໂຮງຮຽນປະຖົມ ໂຈະໃຕ້, ໂຮງຮຽນປະຖົມ ດູບ, ໂຮງຮຽນປະຖົມ ຕະຮວກ ແລະ ໂຮງຮຽນປະຖົມ ກັງ ລວມມູນຄ່າທັງໝົດ 35 ລ້ານກີບ. ໂດຍການກ່າວມອບຂອງ ທ່ານ ເຮັງ ຫອມສົມບັດ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສາລະວັນພ້ອມຄະນະ ແລະ ກ່າວຮັບໂດຍແມ່ນທ່ານ ຄໍາສະໄຫວ ວິລະກອນ ເລຂາພັກເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ກິລິຍາ ຄໍາຫຼ້າວິຍະເກດ