ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ ຄັ້ງທີ I ປະຈຳປີ 2025

Mar 7, 2025

ໃນຕອນເຊົ້າຂອງວັນທີ 04 ມີນາ 2025 ທີ່ຫ້ອງປະຊຸມຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄົບຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2025 ຂຶ້ນ, ໃຫ້ກຽດເປັນປະທານໂດຍພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ພ້ອມດ້ວຍບັນດາຄະນະຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບລາຍງານຜົນການເຄື່ອນໄຫວ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ສຄຄຊ ແລະ ປຶກສາ​ຫາລື​ບັນຫາ​ຍຸດ​ທະ​ສາດ​ຈຳນວນໜຶ່ງ​ເພື່ອ​ເລັ່ງປັບປຸງ​ຕະຫຼາດທຶນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ.
ກອງ​ປະຊຸ​ມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ​ເຄິ່ງວັນ​ດ້ວຍ​ບັນຍາກາດ​ຟົດຟື້ນ ​ແລະ ມີ​ຜົນສຳ​ເລັດ​ຕາມ​ລະ​ດັດ​ຄາດໝາຍ.
ຂ່າວ: ສຄຄຊ
ພາບ: ວັນ​ປະ​ເສີດ ສົມບູນ​ຂັນ.