ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ຄັ້ງທີ 10 ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ

Nov 8, 2024

ກອງປະຊຸມຄະນະກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ລາວ ໄດ້ຈັດຂຶ້ນໃນ ວັນທີ 7 ພະຈິກ 2024 ທີ່ ແຂວງສຽມຣຽບ, ຣາຊະອານາ ຈັກກໍາປູເຈຍ, ຄະນະອະນຸກໍາມະການເຕັກນິກຝ່າຍລາວ ນໍາໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ-ກໍາປູເຈຍ ແລະ ຄະນະອະນຸກໍາມະການເຕັກນິກຊາຍ ແດນຮ່ວມຝ່າຍກໍາປູເຈຍ ນໍາໂດຍ ທ່ານ ໄອ ວູທິ, ຮອງລັດຖະມົນຕີປະຈໍາຄະນະກໍາ ມະການຊາຍແດນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມ ກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມ ຄັ້ງທີ 4 ຂອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ຄັ້ງວັນທີ 6 ພະຈິກ 2024 ທີ່ ແຂວງສຽມຣຽບ, ຣາຊະອານາຈັກກຳປູເຈຍ ແລະ ຮັບ ຮອງບົດບັນທຶກກອງປະຊຸມຄະນະວິຊາການເຕັກນິກຮ່ວມ ສະບັບລົງວັນທີ 23 ຕຸລາ 2024 ທີ່ ແຂວງຈໍາປາສັກ ສປປ ລາວ ກ່ຽວກັບການຂີດທິດເນັ່ງເສັ້ນຊາຍແດນທີ່ສອງຝ່າຍໄດ້ເອກະພາບກັນໃນການສໍາຫຼວດທິດເນັ່ງເສັ້ນຊາຍແດນຂອງສອງປະເທດ 80%. ພ້ອມກັນນັ້ນ, ໄດ້ປຶກສາຫາລືກ່ຽວກັບແຜນການປະຕິບັດງານຮ່ວມກັນໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫຼັກໝາຍຊາຍແດນ 032/17-033/3; ການສໍາຫຼວດ ແລະ ກໍານົດທິດເນັ່ງເສັ້ນຊາຍແດນບໍລິ ເວນຈຸດຄາດກະຈະປັກຫຼັກໝາຍຊາຍແດນ 033/3-034; ການຖອນຫຼັກໝາຍຊາຍ ແດນທີ່ມີຢູ່ ແລະ ປັກຫຼັກໝາຍຊາຍແດນຢູ່ບໍລິເວນຊາຍແດນ 024-028; ການກຳນົດຈຸດຄາດກະຈະປັກຫຼັກໝາຍຊາຍແດນເລກທີ 002 ແລະ 003; ປຶກສາຫາລືກ່ຽວກັບການສ້າງຕັ້ງເພີ້ມໜ່ວຍວິຊາການເຕັກນິກຮ່ວມ, ການລົງສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢູ່ບໍລິເວນຈຸດຄາດກະຈະປັກຫຼັກໝາຍຊາຍແດນເລກທີ 003-024 ແລະ 037-040, ການປັບປຸງຮ່າງເນື້ອໃນຂໍ້ກຳນົດທາງດ້ານເຕັກນິກວ່າດ້ວຍການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມສອງຝ່າຍ (TOR) ແລະ ບັນຫາອື່ນໆ.
ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ວາງແຜນການເຮັດວຽກຮ່ວມກັນໃນປີ 2025 ໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍ ສືບຕໍ່ລົງໄປກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນ ແລະ ປັກຫຼັກໝາຍຊາຍແດນເພີ້ມ (ປັກຫຼັກໝາຍຖີ່) ຢູ່ພື້ນທີ່ຕົວຈິງ ຢູ່ ແຂວງອັດຕະປື ກັບ ແຂວງລັດຕະນະຄີລີ ຈົນໄປເຖິງຈຸດຄົບເສັ້ນຊາຍແດນສາມປະ ເທດ ລາວ-ກໍາປູເຈຍ-ຫວຽດນາມ ແລະ ສືບຕໍ່ປຶກສາຫາລື ເພື່ອຊອກຫາວິທີການແກ້ໄຂບັນດາບໍລິເວນທີ່ຍັງບໍ່ທັນເປັນເອກະພາບກັນໃຫ້ສໍາເລັດໄປເທື່ອລະກ້າວ.
ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປພາຍໃຕ້ບັນຍາກາດ ແຫ່ງ ໄມຕີຈິດມິດຕະພາບ ແລະ ໄດ້ອັດລົງດ້ວຍຜົນສຳເລັດທີ່ຈົບງາມ. ກອງປະຊຸມຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມພູນຄູນສ້າງສາຍພົວພັນຮ່ວມມືຂອງສອງປະເທດຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມມາແຕ່ບູຮານນະການໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍຄື ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລະຫວ່າງສອງປະເທດ ແນໃສ່ ຕອບສະໜອງຄວາມປາດຖະໜາອັນແຮງກ້າຂອງການນໍາສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ ໃນການສ້າງຊາຍແດນຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືທີ່ຍາວນານ.
May be an image of 11 people and text