ກອງປະຊຸມ ຄັ້ງທີ 61 ຂອງສະມັດຊາໃຫຍ່ສະມາຄົມກະຈາຍສຽງໂທລະພາບ ອາຊີ-ປາຊີຟິກ ຫລື ABU ຈັດຂຶ້ນຢູ່ເມືອງອິສຕັນບູລ ຂອງຕຸຣະເກຍ ໃນລະຫວ່າງວັນທີ 18-23 ຕຸລາ 2024 ໂດຍມີຜູ້ແທນອົງກອນສື່ ຈໍານວນ 67 ຄົນຈາກ 21 ປະ ເທດທົ່ວໂລກເຂົ້າຮ່ວມ. ໃນນີ້ ມີຜູ້ແທນຈາກ ສປປ ລາວ ຈໍານວນ 1 ທ່ານ ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍ ບໍລິສັດວິທະຍຸ ແລະ ໂທລະພາບ ຕຸຣະເກຍ (TRT) ພາຍໃຕ້ຫົວຂໍ້: “ການເຊື່ອມໂຍງປັນຍາປະດິດ ຫລື AI ເຂົ້າໃນການເຜີຍແຜ່ພາບ ແລະ ສຽງ”. ກ່ອນໜ້າຈະມີພິທີເປີດກອງປະຊຸມຄັ້ງທີ 61 ຂອງສະມັດຊາໃຫຍ່ສະມາ ຄົມກະຈາຍສຽງໂທລະພາບ ອາຊີ-ປາຊີຟິກ ຢ່າງເປັນທາງການໃນວັນທີ 22 ຕຸລາ ໄດ້ມີກອງປະຊຸມທີ່ກ່ຽວຂ້ອງ ເຊັ່ນ: ກອງປະຊຸມຄະນະກໍາມະການລາຍການ, ກອງປະຊຸມຄະນະກໍາມະການເຕັກນິກ, ກອງປະຊຸມກຸ່ມວາງແຜນ ແລະ ຍຸດທະສາດ, ກອງປະຊຸມຄະນະກໍາມະການກິລາ ຊຶ່ງຈັດຂຶ້ນໃນວັນທີ 19 ຕຸລານີ້.
ກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມ ໄດ້ແລກປ່ຽນ ແລະ ແບ່ງປັນປະສົບການກ່ຽວກັບການນໍາໃຊ້ AI ເຂົ້າໃນການຜະລິດລາຍການ ແລະ ການຜະລິດຂ່າວສານເພື່ອດຶງດູດໃຈຜູ້ຟັງ ແລະ ຜູ້ຊົມໃຫ້ຫຼາຍຂຶ້ນກວ່າເກົ່າ, ລວມເຖີງການແລກປ່ຽນກ່ຽວກັບຜົນດີ ແລະ ຜົນບໍ່ດີຂອງການນໍາໃຊ້ AI ເຂົ້າໃນຂະບວນການຜະລິດຂ່າວ ແລະ ລາຍການຕ່າງໆ. ກອງປະຊູມເຫັນດີວ່າ AI ບໍ່ແມ່ນຄູ່ແຂ່ງກັບມະນຸດ, ມັນແມ່ນວິວັດທະນາການ ແຕ່ບໍ່ແມ່ນການກໍາຈັດ. AI ສາມາດຊ່ວຍເຫລືອວຽກງານຂອງມະ ນຸດໃຫ້ມີປະສິດທິພາບຫລາຍຂຶ້ນ ແລະ ງ່າຍຂຶ້ນກວ່າເກົ່າ, ທັງສາມາດເຮັດໃຫ້ລາຍ ການ ແລະ ການຜະລິດຂ່າວໄວ ແລະ ດຶງດູດໃຈຂຶ້ນກວ່າເກົ່າ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຜູ້ແທນກອງປະຊຸມຍັງໄດ້ທ່ຽວຊົມຫລາຍສະຖານທີ່ທ່ອງທ່ຽວພາຍໃນເມືອງອິສຕັນບູລ ຂອງຕຸຣະເກຍ ຕື່ມອີກ.
ຂ່າວ:ວິຈິດສະຫວັນ






