ວັນທີ 6 ພຶດສະພາ 2024 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງພູຄູນ ແຂວງຫຼວງພະບາງ ຈັດກອງປະຊຸມ ເພື່ອຊີ້ແຈງການຈັດຕັ້ງປະຕິບັດວຽກງານ ການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍ ປະຈໍາປີ 2024 ຢູ່ພາຍໃນເມືອງພູຄູນ ມີ ທ່ານ ເພັດສະໝອນ ວົງສີປະເສີດ ຮອງເຈົ້າເມືອງພູຄູນ, ທ່ານ ນາງ ຄໍາພູ ຈັນທະວົງ ຮອງຫົວໜ້າພະແນກ ສາທາລະນະສຸກ ແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງລາຍງານ ສະພາບການລະບາດ ຂອງພະຍາດໝາກແດງ ແລະຄວາມສໍາຄັນ ຂອງການຈັດຕັ້ງປະຕິບັດວຽກງານ ການໃຫ້ວັກຊິນ ໄລຍະຜ່ານມາ ແລະແຜນກະກຽມ ຈັດຕັ້ງຂະບວນການ ວສຊ, ການຂົນຂວາຍ ແລະປຸກລະດົມຊຸມຊົນ ຈາກຂະແໜງການທີ່ກ່ຽວຂ້ອງ ຂອງພະແນກສາທາລະນະສຸກແຂວງ, ພ້ອມດຽວກັນນີ້ ໄດ້ປຶກສາຫາລື ໃນການກະກຽມວຽກງານປີ່ນອ້ອມ, ເພື່ອຕິດຕາມ, ຊຸກຍູ້ຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ ຕິດພັນກັບການໃຫ້ວັກຊີນປ້ອງກັນພະຍາດໝາກແດງນ້ອຍ ແລະໝາກແດງໃຫຍ່ຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້ຄື 95% ຂຶ້ນໄປ ຂອງກຸ່ມເປົ້າໝາຍ.





