ກອງປະຊຸມປະຈໍາປີຂອງເຄືອຂ່າຍປ້ອງກັນຊາດອາຊຽນ ດ້ານເຄມີ, ຊີວະພາບ ແລະ ກໍາມັນຕະພາບລັງສີ ຄັ້ງທີ VI ໄດ້ຈັດຂຶ້ນ ໃນວັນທີ 28 ພະຈິກ 2024 ນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ມີ ທ່ານ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີບັນດາ ຜູ້ຊ່ຽວຊານດ້ານເຄມີ, ຊີວິພາບ, ກໍາມັນຕະພາບລັງສີອາຊຽນ ເຂົ້າຮ່ວມ.
ທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ໄດ້ກ່າວວ່າ: ປັດຈຸບັນນີ້, ພາກພື້ນ ແລະ ໂລກຂອງພວກເຮົາ ກໍາລັງປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ ທີ່ສະຫຼັບສັບຊ້ອນ ຕໍ່ບັນຫາດັ່ງກ່າວ, ການເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີໃນອາຊຽນ ແມ່ນສໍາຄັນຢ່າງຍິງ ເພື່ອຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ ໃຫ້ມີປະສິດທິພາບຍິ່ງຂຶ້ນ. ການລະບາດຂອງພະຍາດໂຄວິດ ໄດ້ສອນໃຫ້ພວກເຮົາຮູ້ວ່າ ຄວາມເຂັ້ມແຂງດ້ານເຄມີ, ຊີວະພາບ ແລະ ກໍາມັນຕະພາບລັງສີ (CBR) ແມ່ນສໍາຄັນກວ່າເມືອກ່ອນ, ເຊິ່ງພວກເຮົາຕ້ອງຍົກສູງສະຕິລະວັງຕົວຕໍ່ບັນຫາດັ່ງກ່າວ. ຄໍາຂວັນຂອງກອງະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃນປີນີ້ ແມ່ນ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງອາຊຽນ” ໄດ້ສະທ້ອນໃຫ້ເຫັນຄວາມມຸ່ງໝັ້ນລວມຂອງອາຊຽນ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ.
ການຮັບມືກັບເຫດການກ່ຽວຂ້ອງກັບເຄມີ, ຊີວະພາບ ແລະ ກໍາມັນຕະພາບລັງສີ (CBR) ຕ້ອງມີການເຂົ້າຮ່ວມຈາກຝ່າຍພົນລະເຮືອນ ແລະ ກອງທັບ ຢ່າງມີປະສິດທິພາບ. ຄ້າຍຄືກັນນີ້, ບັນດາກົນໄກຂອງອາຊຽນອື່ນໆ, ໂດຍສະເພາະ ໜ່ວຍງານວິຊາການຂອງອາຊຽນ ວ່າດ້ວຍການປະສານງານ ລະຫວ່າງ ພົນລະເຮືອນ ແລະ ກອງທັບ, ເຊິ່ງເປີດໂອກາດໃຫ້ຜູ້ຊ່ຽວຊານຂອງຝ່າຍພົນລະເຮືອນ ແລະ ກອງທັບ ຮ່ວມກັນຮັບມືກັບບັນຫາສິ່ງທ້າທາຍດ້ານການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັນ. ອາຊຽນ CBR ມີບົດບາດສໍາຄັນໃນການຍົກສູງສະຕິລະວັງຕົວກ່ຽວກັບ CBR ພ້ອມທັງ ເປີດໂອກາດໃຫ້ຜູ້ຊ່ຽນຊານດ້ານ CBR ຂອງພາກພື້ນ ປະຊຸມແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບ ຄວາມເຂັ້ມແຂງດ້ານ CBR ແລະ ການສ້າງຂີດຄວາມສາມາດ. ໃນກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຫຼາຍວາລະສໍາຄັນທີ່ກ່ຽວຂ້ອງກັບບັນຫາ CBR ບັນຫາດັ່ງກ່າວຈະປະກອບສວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຕາມຄາດໝາຍທີ່ວາງໄວ້.
ທີ່ມາ: ໜັງສືພິມກອງທັບ








