ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ກົມພັດທະນາຊົນນະບົດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025.

Feb 17, 2025

ໃນລະຫວ່າງວັນທີ 17-18 ກຸມພາ 2025 ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໂດຍການເປັນປະທານຂອງທ່ານ ບົວຫົງ ຄຳຫາ ຫົວໜ້າກົມພັດທະນາຊົນນະບົດ ພ້ອມນີ້ມີບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງວຽງຈັນ, ພາກສ່ວນທີ່ກ້ຽວເຂົ້າຮ່ວມຢ່າງພ້ອມພຽງ.
ໃນທີ່ປະຊຸມ ທ່ານ ເພັດສະໜອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະບົດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມວ່າ: ໃນໄລຍະຜ່ານມາໄດ້ດໍາເນີນໃນສະພາບ ແລະ ເງື່ອນໄຂ ທີ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ເປັນສິ່ງທ້າທາຍໃນຫຼາຍດ້ານ ເປັນຕົ້ນແມ່ນ ການປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ເກີດຂໍ້ຂັດແຍ່ງທາງດ້ານການເມືອງ, ການທະຫານ ຂອງບັນດາປະເທດພາກພື້ນ ແລະ ໃນໂລກ; ໄພເງິນເຟີ້, ການເພີ້ມຂຶ້ນ ຂອງລາຄາສິນຄ້າ, ນໍ້າມັນເຊື້ອໄຟ ແລະ ຄ່າຄອງຊີບ; ໄພພິບັດທາງທໍາມະຊາດ; ພະຍາດລະບາດ ແລະ ອື່ນໆ. ແຕ່ໂດຍພາຍໃຕ້ການນໍາພາຊີ້ນໍາ ຂອງພັກ ແລະ ລັດຖະບານ ບວກກັບຄວາມເປັນເຈົ້າການຈັດຕັ້ງປະຕິບັດ ຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; ການປະກອບສ່ວນ ຂອງທຸກພາກສ່ວນ ແລະ ປະຊາຊົນ, ຄວາມເປັນເຈົ້າການປະສານສົມທົບຈັດຕັ້ງປະຕິບັດດ້ວຍຄວາມພະຍາຍາມ ຂອງກົມພັດທະນາຊົນນະບົດ ໄດ້ເຮັດໃຫ້ທຸກວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນກ້າວໆມາ ແລະ ເຮັດໃຫ້ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ເຂດພື້ນຖານການປະຕິວັດເກົ່າ ໄດ້ຮັບການພັດທະນາດີຂຶ້ນ, ຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ. ອັນພົ້ນເດັ່ນແມ່ນສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍ ແລະ ລືນຄາດໝາຍສູ້ຊົນກໍ່ຄື: ການສ້າງຄອບຄົວພັດທະນາ; ການສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ສາມາດບັນລຸໄດ້ 22 ຈຸດ; ການສ້າງເມືອງເຂັ້ມແຂງຮອບດ້ານ ແລະ ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ໃນປີ 2025 ແມ່ນສືບຕໍ່ຈັດຕັ້ງປະຕິບັດ ຕາມ 6 ທິດນໍາ ແລະ 12 ທິດທາງ-ໜ້າທີ່ຈຸດສຸມ ທີ່ກໍານົດໄວ້ ໃນຄຳສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ; ແຜນພັດທະນາເສດຖະຄິດ-ສັງຄົມ ປະຈໍາປີ 2025 ຂອງລັດຖະບານ; ທິດທາງ, ຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ໃນປີ 2025 ຂອງກະຊວງກະສິກໍາ ແລະ ປ່າໄມ້; ແຜນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 134/ສພຊ ແລະ ມະຕິກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ສະບັບເລກທີ 08/ລບ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 4319/ກປ, ລົງວັນທີ 12 ສິງຫາ 2024 ໂດຍການຫັນເປັນແຜນການ, ແຜນງານ ແລະ ໂຄງການ ອັນລະອຽດ ເພື່ອສຸມທຶນຮອນທີ່ມີຢ່າງຈໍາກັດ ເຂົ້າໃສ່ການຈັດຕັ້ງປະຕິບັດຢ່າງແທດເຖິງ ແລະ ມີປະສິດທິຜົນສູງ. ພ້ອມທັງປຸກລະດົມທຸກພາກສ່ວນ ໃນສັງຄົມ ປະກອບໃສ່ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ຫຼາຍຂຶ້ນ ເພື່ອແກ້ໄຂຄວາມທຸກຍາກຂັ້ນຄອບຄົວ ແລະ ບ້ານໃຫ້ຫຼຸດລົງຢ່າງຕໍ່ເນື່ອງ ໂດຍເອົາໃຈໃສ່ຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍໄດ້ໃຫ້ແກ່ຄອບຄົວ ຕິດພັນກັບການລົງທຶນ, ການບໍລິການສອງສົ້ນຂອງຜູ້ປະກອບການຕ່າງໆ ແລະ ຕິດພັນກັບຕະຫຼາດ, ຕິດພັນກັບການສ້າງຕົວແບບໃນດ້ານຕ່າງໆ, ຍາດແຍ່ງການສະໜັບສະໜູນ ທາງດ້ານທຶນຮອນ ແລະ ວິຊາການກັບບັນດາປະເທດເພື່ອນມິດ, ອາຊຽນ, ພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ທີ່ມາ: ຂ່າວສານກະສິກຳ,ປ່າໄມ້ ແລະ ພັດທະນາ ຊົນນະບົດ