ອາທິດຜ່ານມານີ້, ສະຫະພັນແມ່ຍິງເມືອງປາກແຊງ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານ 3 ດີ ໂດຍການເປັນປະທານຂອງ ທ່ານ ດວງເພັດ ຢວນໄຊສົມແພງ ເລຂາຄະນະບໍລິຫານງານພັກເມືອງ, ມີຫົວໜ້າ-ຮອງຫ້ອງການ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ແລະສະມາຊິກແມ່ຍິງ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂງ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົບດີ ຂອງຄະນະສະຫະພັນແມ່ຍິງ ເມືອງປາກແຊງ ປະຈໍາປີ 2024 ແລະທິດທາງແຜນການປະຈໍາປີ 2025 ວ່າ: ທົ່ວເມືອງປະກອບມີສະຫະພັນແມ່ຍິງ 52 ບ້ານ ມີ 14 ຮາກຖານ, ມີສະມາຊິກສະຫະພັນແມ່ຍິງທັງໝົດ 4,960 ຄົນ ຜ່ານມາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ໄດ້ຖືເອົາເຜີຍແຜ່ເຊື່ອມຊຶມເນຶ້ອໃນຂໍ້ແຂ່ງ 3 ດີ ໃຫ້ກວ້າງຂວາງ, ທັງຕິດຕາມຊຸກຍູ້ປະເມີນຜົນື ສະມາຊິກສະຫະພັນແມ່ຍິງ 3 ດີສຳເລັດ 44 ບ້ານ ສົມທຽບໃສ່ແຜນການ ບັນລຸຕາມຄາດໝາຍ 100% ສາມາດຄັດເລືອກໄດ້ ພົນລະເມືອງດີ 3,087 ຄົນ, ພັດທະນາດີ 2,918 ຄົນ ແລະສ້າງຄອບຄົວດີ 2,907 ຄົນ, ຈັດປະເພດແມ່ຍິງ 3 ດີປະເພດ 1 ມີ 2,738 ຄົນ, ປະເພດ 2 ມີ 349 ຄົນ ເພື່ອຢັ້ງຢືນຜົນງານທີ່ຮາກຖານສະຫະພັນແມ່ຍິງ ແລະສະມາຊິກແມ່ຍິງພາຍໃນເມືອງ ຍາດມາໄດ້ໃນປີຜ່ານມາ ທ່ານ ນາງ ເຂັມຄຳ ແກ້ວປະເສິດ ປະທານສະຫະພັນແມ່ຍິງເມືອງ ໄດ້ຂື້ນມອບໃບຍ້ອງຍໍ 3 ດີ ໃຫ້ແກ່ຮາກຖານສະຫະພັນແມ່ຍິງ ປະຈໍາປີ 2024 ຢ່າງສົມກຽດ.
ພາບ:ຂ່າວ ແກ່ນຄຳ ສົມໃຈປອງ.





