ໃນວັນທີ 28 ພະຈິກ 2024 ນີ້, ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານໂຄສະນານຳພາຫາງສຽງສັງຄົມ ແລະ ການຄຸ້ມຄອງສື່ສັງຄົມອອນລາຍໃຫ້ກັບນັກຂ່າວ ກອງວິຊາການສື່ມວນຊົນໃນ 8 ແຂວງເໜືອມີ: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ໄຊຍະບູລີ ແລະ ແຂວງວຽງຈັນ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຫ້ອງວ່າການເມືອງວັງວຽງ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງ ຖວທ, ມີ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ, ພ້ອມດ້ວຍວິທະຍາກອນຈາກກົມສື່ມວນຊົນ ແລະ ສຳມະນາກອນຈາກ 8 ແຂວງພາກເໜືອເຂົ້າຮ່ວມ.
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຄັ້ງນີ້ວ່າ: ການຈັດກອງປະຊຸມສໍາມະນາແມ່ນມີຈຸດປະສົງ ເພື່ອທົບທວນຄືນກ່ຽວກັບວຽກງານຄຸ້ມຄອງສື່ມວນຊົນ ລວມທັງວຽກງານຄຸ້ມຄອງສື່ສັງຄົມອອນລາຍ; ການແບ່ງຂັ້ນຄຸ້ມຄອງລະຫວ່າງ ກະຊວງ, ແຂວງ, ເມືອງ ປະກອບມີໜ້າທີ່ຕົ້ນຕໍຫຍັງແດ່; ເພື່ອເປັນການພົບປະແລກປ່ຽນທັດສະນະຕໍ່ກັບບັນຫາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ, ວິທີການແກ້ໄຂບັນຫາໃນຂົງເຂດສື່ມວນຊົນ ພວກເຮົາ, ເຮັດແນວໃດ ເພື່ອເຮັດໃຫ້ການຈັດຕັ້ງແຜນພັດທະນາຖະແຫຼ່ງຂ່າວ-ສື່ມວນຊົນ ຂອງພວກເຮົາ ໃຫ້ນັບມື້ດີຂຶ້ນກວ່າເກົ່າ. ຈາກນັ້ນທ່ານ ທ່ານ ສຳພັນ ມະນີຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງວຽງຈັນ ໄດ້ມີຄຳເຫັນຕື່ມອີກວ່າ: ໃນຜ່ານມາສື່ມວນຊົນແຂວງວຽງຈັນກໍ່ໄດ້ໃຫ້ຄວາມສຳຄັນໃນການຕອບຕ້ານຕໍ່ບັນຫາຂ່າວປອມ, ຫາງສຽງສັງຄົມທີ່ຂັດຕໍ່ຄວາມເປັນຈິງໃນຮູບແບບຕ່າງໆ ໂດຍການນຳໃຊ້ສື່ທາງການວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍ ເພື່ອຊີ້ແຈງໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຄວາມຈິງ. ສຳລັບຫົວຂໍ້ທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີບັນຫາຂ່າວປອມ, ຜົນກະທົບ, ວິທີແກ້ໄຂ ແລະ ຕອບຕ້ານ, ບົດບາດຂອງສື່ມວນຊົນ, ບົດບາດສື່ມວນຊົນໃນການນໍາພາຫາງສຽງສັງຄົມ, ວິທີການປ້ອງກັນຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ, ກຳແໜ້ນວິທີອະທິບາຍ, ຕອບໂຕ້ຖ້ອຍທຳນອງບິດເບືອນໃນສື່ອອນລາຍ, ການພັດທະນາການທ່ອງທ່ຽວແບບຍືນຍົງ ແລະ ສີຂຽວ ຜົນກະທົບຈາກຫາງສຽງສັງຄົມຕໍ່ວຽກງານການທ່ອງທ່ຽວ ປີ 2024 ແລະ ວິທີການແກ້ໄຂ.
ນອກນັ້ນ, ຈະໄດ້ຈັດແບ່ງກຸ່ມຄົ້ນຄວ້າຊອກຫາບັນຫາຫາງສຽງສັງຄົມທີ່ເກີດຂຶ້ນໃນແຂວງຂອງຕົນ ຕິດພັນກັບການທ່ອງທ່ຽວ ແລະ ໃນນາມເປັນສື່, ຈະມີວິທີການແກ້ໄຂ ແລະ ອອກຂ່າວນໍາພາຫາງສຽງສັງຄົມນັ້ນແນວໃດ ກອງປະຊຸມຄັ້ງນີ້ແມ່ນໄດ້ດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.
ທີ່ມາ: ມີເດຍລາວ




