ກອງປະຊຸມອົງການປົກຄອງ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 50 ຈັດຂຶ້ນວັນທີ 29 ສິງຫາ 2025 ທີ່ອົງການປົກຄອງ ນວ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຮອງເຈົ້າຄອງ ແລະ ສະມາຊິກອົງການປົກ ຄອງ ນວ ເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບແຜນການກະກຽມເປີດສົກຮຽນໃໝ່ ສົກປີ 2025-2026 ຢູ່ນະຄອນຫຼວງວຽງຈັນ ການລາຍງານ ກ່ຽວກັບແຜນການກະກຽມບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2025 ບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2025 ການລາຍງານ ກ່ຽວກັບການສະເໜີອະນຸມັດອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄົ້ນຄວ້າ ຮຽບຮຽງ ແລະ ຂຽນປຶ້ມປະຫວັດມໍລະດົກແຫ່ງຊາດພຣະທາດຫຼວງ ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການ ເລກທີ 07/ຈນວ ລົງວັນທີ 26 ມິຖຸນາ 2025 ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢູ່ນະຄອນຫຼວງວຽງຈັນ.
ການລາຍງານ ກ່ຽວກັບການສະເໜີຂອງບໍລິສັດ ຟ້າແມ່ຂອງໃນການຂໍນໍາໃຊ້ຄອງນໍ້າແຄມຂອງຂຸດໃໝ່ ໃຫ້ເປັນວັງສະຫງວນປາຂອງບ້ານສີຖານເໜືອເພື່ອສ້າງຄັງພັດທະນາບ້ານ ແລະ ເພື່ອຂໍ່ານັບຊົມເຊີຍວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ແລະ ສະ ເໜີຂໍຄຸ້ມຄອງຄ້ອຍຕາຝັ່ງແຄມຂອງ ແລະ ທາງຍ່າງເບຕົງພັກລຸ່ມ ຢູ່ລຽບເຂດເຊົ່າພັກເທິງຂອງພວກເຮົາ ເພື່ອອານາໄມຮັກສາຄວາມສະອາດ ແລະ ປູກດອກໄມ້ ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດພັດທະນາແຄມຂອງບໍລິເວນຫາດດອນຈັນນະຄອນຫຼວງວຽງຈັນ ແລະ ການກໍານົດກິດຈະກໍາໃນເຂດແຄມຂອງ ແລະ ບໍລິເວນອ້ອມຮອບ ຕາມຂໍ້ຕົກລົງ ເລກທີ 0888/ຈນວ ລົງວັນທີ 09 ກັນຍາ 2016 ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາແຄມຂອງບໍລິເວນຫາດດອນຈັນ ນະຄອນຫຼວງວຽງຈັນ ຮັບຟັງການລາຍງານກ່ຽວກັບບົດສະຫຼຸບສະພາບພົ້ນເດັ່ນປະຈໍາເດືອນສິງຫາ ແລະ ແຜນວຽກຈຸດສຸມປະຈໍາເດືອນກັນຍາ 2025 ຂອງອົງການປົກຄອງນະຄອນຫຼວງວຽງຈັນ ນອກຈາກນັ້ນກໍໄດ້ປະກອບຄຳຄິດເຫັນໃສ່ບັນດາບົດລາຍງານດັ່ງກ່າວ.


