ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມ ເປີດໂຕໂຄງການສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ໃນຂັ້ນທ້ອງຖິ່ນ

Oct 23, 2024

ໃນຕອນເຊົ້າຂອງ ວັນທີ 21 ຕຸລາ 2024, ທີ່ນະຄອນຫຼວງວຽງຈັນ. ກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ເປີດໂຕໂຄງການສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ ໃນຂັ້ນທ້ອງຖິ່ນ (LoCAL) ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ເຕືອນຈິດ ອາລຸນລາສີ ຮອງຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ, ທ່ານ ນາງ ມາຕິນ ແທເຣີ (Martin There) ຫົວໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ, ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ຈຸດປະສົງ ກອງປະຊຸມ ໃນຄັ້ງນີ້ ແມ່ນການເປີດໂຕ ຫຼືເປັນການແຈ້ງໃຫ້ຊາບ ກ່ຽວກັບ ກົນໄກ ແລະ ປຶກສາຫາລື ກ່ຽວກັບແຜນການຈັດຕັ້ງປະຕິບັດໂຄງການ LoCAL ຮ່ວມກັນ ເພື່ອເຮັດໃຫ້ການຈັດຕັງປະຕິບັດປະຕິບັດໂຄງການດັ່ງກ່າວ ສາມາດບັນລຸໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ແລະ ເພື່ອເປັນຂີດໝາຍອັນສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານຂອງໂຄງການນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນໃນຂັ້ນຕໍ່ໄປ, ທັງເປັນການຜັນຂະຫຍາຍ ເນື້ອໃນຈິດໃຈ ຂອງບັນດາສັນຍາ ແລະ ສົນທິສັນຍາຂອງ ລັດຖະບານ ຈຶ່ງໄດ້ສ້າງຍຸດທະສາດການປ່ຽນແປງດິນຟ້າອາກາດ ໃນປີ 2010 ທີ່ໄດ້ສໍາເລັດ ປັບປຸງເປັນ ຍຸດທະສາດແຫ່ງຊາດ ເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ຮອດປີ 2030 (ເຊິ່ງໄດ້ຖືກຮັບຮອງຈາກລັດຖະບານ ໃນປີ ເດືອນ ມີນາ 2023) ແລະ ຍັງເປັນການແນ່ໃສ່ເພື່ອບັນລຸຄາດໝາຍສູ້ຊົນໃຫ້ ສປປ ລາວ ກາຍເປັນປະເທດທີ່ປ່ອຍທາດອາຍເຮືອນແກ້ວຕ່ຳ ໃນປີ 2030, ລວມທັງຫຼຸດຜ່ອນການປ່ອຍ ແລະ ດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ.
ໃນທ້າຍກອງປະຊຸມ ທ່ານປະທານ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ທີ່ໄດ້ພ້ອມກັນຢ່າງຕັ້ງໜ້າ ປະກອບຄຳຄິດຄຳເຫັນ ຢ່າງເອົາໃຈໃສ່ຮ່ວມກັນ ໃນການຮ່ວມມືເພື່ອຫຼູດຜ່ອນການປ່ອຍທາດອາຍເຮືອນແກ້ວ ອອກສູ່ບັນຍາກາດ
ທີ່ມາ: ກຊສ