ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງພົນທະຫານຮາບທີ 3 ນຳກຳລັງ ເຂົ້າຊ່ວຍປະຊາຊົນທີ່ຖືກຜົນກະທົບຢູ່ 3 ບ້ານ

Sep 1, 2022

ຕາມການລາຍງານຂອງທ່ານ ພັນໂທ ແສງທອງ ເພັດຄຳພັນ ຮອງຫົວໜ້າຫ້ອງເສນາ ກອງພົນທະຫານຮາບທີ 3 ຜູ້ຊີ້ນຳຂະບວນການ ໃນວັນທີ່ 30 ສີຫາ 2022 ທີ່ບ້ານຫ້ວຍຫລາ ເມືອງຫລາ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ເພື່ອຕອບສະໜອງຕາມຄຳສະເໜີ ຂອງທ່ານເຈົ້າແຂວງ ດັ່ງນັ້ນຈື່ງນຳເອົາກຳລັງທະຫານຈຳນວນ 300ກ່ວາ ສະຫາຍເຂົ້າມາຊ່ວຍປະຊາຊົນຢູ່ບ້ານ ສາມັກຄີໄຊ ບ້ານໂພນໄຊ ແລະ ບ້ານຫ້ວຍຫຼາ ເມືອງຫຼາ ໂດຍໄດ້ສົມທົບກັບຊາວໜຸ່ມແຂວງ ເພື່ອແບ່ງໜ້າທີ່ກັນຢ່າງລະອຽດ.
ການລົງຊ່ວຍເຫຼືອຂອງກອງພົນທະຫານຮາບ ທີ 3 ຄັ້ງນີ້ ແມ່ນໄດ້ສ້າງຂັວນກຳລັງໃຈໃຫ້ແກ່ປະຊາຊົນ ແລະ ໄດ້ຊ່ວຍປະຊາຊົນອະນາໄມ ຂຸດດີນ ມ້ຽນເສດໄມ້, ກ້ອນຫີນອອກຈາກເຮືອນ, ພ້ອມທັງສ້ອມແປງເຮືອນຄືນໃຫມ່ໃຫ້ປະຊາຊົນ ໄດ້ມີທີ່ພັກພາອາໄສຊົ່ວຄາວ.
May be an image of 10 people, people standing and outdoors