ໃນວັນທີ 3 ກັນຍາ 2025 ນີ້, ກອງພົນທີ 2 ໄດ້ຈັດຕັ້ງຫັດແອບຝືກຊ້ອມແລ່ນເຮືອກູ້ໄພ ປະຈໍາໄຕມາດ ປະຈໍາປີ 2025 ຢູ່ທີ່ແມ່ນໍໍ້າຮູ່ງ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ຫົວໜ້າຫ້ອງເສນາທິການກອງພົນທີ 2, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ ຄະນະບັນຊາ, ຄູອາຈານ ແລະ ນັກຝຶກອົບຮົມມາຈາກກອງພັນ 567 ເຫລົ່າຮົບຊ່າງແສງກອງພົນທີ 2 ເຂົ້າຮ່ວມ .
ການຫັດແອບຝືກຊ້ອມໃນຄັ້ງນີ້ ເພື່ອເເນໃສ່ໃຫ້ພະນັກງານ-ນັກຮົບ ວິຊາສະເພາະ ໄດ້ຮູ້ວິທີນໍາໃຊ້ຈັກເຮືອ ແລະ ມີຄວາມຊຳນິຊຳນານ ໃນການຂັບຂີ່ເຮືອກູ້ໄພ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນເມື່ອມີຄໍາສັ່ງຈາກຂັ້ນເທິງໃນຍາມເກີດໄພພິບັດທາງທຳມະຊາດ ແລະ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ-ນັກຮົບ ນັກວິຊາສະເພາະຮູ້ຈັກເຕັກນິກການຄຸ້ມຄອງ, ປົກປັກຮັກສາ ແລະ ຮູ້ວິທີນໍາໃຊ້ເຮືອກູ້ໄພໄດ້ຢ່າງຄ່ອງແຄ້ວ ກໍາແໜ້ນທາງດ້ານຫລັກການ, ຮັບປະກັນຄວາມປອດໄພ 100%

ໂອກາດນີ້ ສະຫາຍ ພັນເອກ ອຸ່ນເຕົ່າ ໄຊຍະຄຸນ ໄດ້ມີຄໍາເຫັນເນັ້ນໜັກໃຫ້ນັກຂັບຂີ່ແຕ່ລະສະຫາຍຕ້ອງຍົກສູງນໍ້າໃຈຮັບຜິດຊອບສູງຕໍ່ໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ມີຄວາມພ້ອມ ແລະ ຮັບປະກັນຄວາມປອດໄພ 100% ໃນເວລາປະຕິບັດໜ້າທີ່ຕົວຈິງ, ເອົາໃຈໃສ່ບົວລະບັດຮັກສາພາຫະນະໃຫ້ນໍາໃຊ້ໄດ້ປົກກະຕິ ຮັບປະກັນຄວາມພ້ອມໃນການປະຕິບັດໜ້າທີ່ເມື່ອມີສະພາບເກິດຂຶ້ນໃຫ້ທັນເວລາ.

ໂດຍ: ສຸວັນໂນ ທະລັງສີ


